ໃນວັນທີ 7 ແລະ 8 ກໍລະກົດ ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສາມາດຈັບຜູ້ລັກລອບຂາຍຢາເສບຕິດໄດ້ 3 ຄົນ ພ້ອມຂອງກາງຢາບ້າ 2.946 ເມັດ ທີ່ຊຸກເຊື່ອງອຳພາງໃນຫໍ່ໝີ່ ສຳເລັດຮູບໄປດຳເນີນຄະດີຕາມກົດໝາຍ.

ໃນວັນທີ 7 ກໍລະກົດ, ໄດ້ກັກຕົວ ທ້າວ ສາຍລົມ ອາຍຸ 33 ປີ ຢູ່ບ້ານນາແຮ່ ເມືອງສີໂຄດຕະບອງ ແລະ ທ້າວ ພອນປະສົງ ຫຼື ເຈີ່ນ ອາຍຸ 35 ປີ ຢູ່ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທັງ 2 ມີຂອງກາງຢາບ້າຮ່ວມກັນ 933 ເມັດ. ເບື້ອງຕົ້ນ, ເຈົ້າໜ້າທີ່ໜ່ວຍງານສະ ກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະບອງ ໄດ້ຕິດຕາມກັກຕົວ ທ້າວ ສາຍລົມ ພ້ອມຂອງກາງຢາບ້າ 133 ເມັດ ຜູ້ກ່ຽວຮັບສາລະພາບວ່າ: ຢາບ້າທີ່ຢູ່ນຳຜູ້ກ່ຽວນັ້ນແມ່ນໄດ້ຊື້ນຳ ທ້າວ ພອນປະສົງ ຈຳນວນ 2 ຖົງ; ແລ້ວນຳມາເສບ ແລະ ແບ່ງຂາຍໃຫ້ກັບໄວລຸ້ນທີ່ມົ້ວສຸມ; ຍັງເຫຼືອຢາບ້າຢູ່ 133 ເມັດ ຈຶ່ງຖືກກັກຕົວ. ເມື່ອຮູ້ໄດ້ທີ່ມາຂອງຢາບ້າຈຳນວນ 133 ເມັດ, ເຈົ້າໜ້າທີ່ກໍໄດ້ຂຶ້ນເປົ້າໝາຍຕິດຕາມກັກ ຕົວທ້າວ ພອນປະສົງ ແລະ ສາມາດກວດພົບຂອງກາງຢາບ້ານຳຜູ້ກ່ຽວ ຈຳນວນ 800 ເມັດ. ທ້າວ ພອນປະສົງ ໃຫ້ການວ່າ: ໃນເດືອນມິຖຸ ນາ 2020, ຜູ້ກ່ຽວເກັບໄດ້ຢາບ້າ 6 ຖົງ ເທົ່າກັບ 1.200 ເມັດ ຢູ່ທົ່ງນາເຂດບ້ານນາແຮ່ ແລ້ວກໍໄດ້ເອົາໄປຂາຍໃຫ້ກັບ ທ້າວ ສາຍລົມ 2 ຖົງ, ຍັງເຫຼືອຢາບ້າ 4 ຖົງ. ຕໍ່ມາ, ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມຂອງກາງ 800 ເມັດ ທີ່ຊຸກເຊື່ອງໄວ້ໃນຫໍ່ໝີ່ສໍາເລັດຮູບໄປດຳເນີນຄະດີ.

ນອກນັ້ນ, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ສີໂຄດຕະບອງ ໄດ້ສືບຮູ້ວ່າ ທ້າວ ໄຊພອນ ອາຍຸ 37 ປີ ຢູ່ບ້ານດົງບອງ ເມືອງນາຊາຍທອງ ມີພຶດຕິກຳເຄື່ອນໄຫວຄ້າຂາຍຢາເສບຕິດ. ມາວັນທີ 8 ກໍລະກົດ, ທ້າວ ໄຊພອນ ໄດ້ໄປຊື້ຢາບ້າມາໄວ້ເສບ ແລະ ຈຳໜ່າຍ; ເຈົ້າໜ້າທີ່ຈຶ່ງຕິດຕາມການ ເຄື່ອນໄຫວຂອງຜູ້ກ່ຽວ ແລະ ກັກຕົວ ພ້ອມຂອງກາງຢາບ້າ 2.013 ເມັດ.
ທ້າວ ໄຊພອນ ສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວນັ້ນແມ່ນຂອງຜູ້ກ່ຽວແທ້ທີ່ຊື້ນຳ ທ້າວ ຢຸລໍ່ ບໍ່ຮູ້ບ້ານຢູ່ມາໄວ້ຂາຍ ແລະ ເສບເອງ ເພາະ ວ່າຜູ້ກ່ຽວມີພຶດຕິກຳຕິດເສບຢາບ້າມາແຕ່ປີ 2010 ໂດຍເສບມື້ລະ 2-3 ເມັດ; ຢາບ້າແມ່ນຊື້ນໍາໄວລຸ້ນພາຍໃນບ້ານ ແລະ ພັກພວກທີ່ມົ້ວສຸມຢາເສບຕິດນໍາກັນ. ມາໃນເດືອນມີນາ 2020, ຈຶ່ງໄດ້ເຄື່ອນໄຫວຄ້າຂາຍຢາບ້າໂດຍຮັບເອົານຳ ທ້າວ ຢຸລໍ່ ມາຂາຍ.

ປັດຈຸບັນ, ຄະດີທັງ 2 ເລື່ອງນີ້ແມ່ນຍັງຢູ່ໃນຂັ້ນຕົ້ນສອບສວນຂະຫຍາຍຜົນຫາທີ່ມາອັນແນ່ນອນຂອງກຸ່ມແກ້ງ ພວກກ່ຽວມາດຳເນີນຄະດີ ສ່ວນ ທ້າວ ພອນປະສົງ ທີ່ໃຫ້ການອ້າງວ່າ ໄດ້ເກັບຢາຍ້າໄດ້ຢູ່ໃນທົ່ງນານັ້ນ ເປັນພຽງຂໍ້ປະຕິເສດເບື້ອງຕົ້ນ ແຕ່ເຈົ້າໜ້າທີ່ຈະໄດ້ສອບສວນຢ່າງລະອຽດຕື່ມອີກ ເພື່ອຮູ້ໄດ້ທີ່ມາອັນແນ່ນອນ ແລະ ຕິດຕາມມ້າງໃນຂັ້ນຕໍ່ໄປ.