ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເນັ້ນໜັກໃຫ້ ຫົວໜ້າກົມກວດກາ-ກວດການ ຜູ້ໃໝ່ ເອົາໃຈໃສ່ເຮັດໜ້າທີ່ຂອງຕົນໃຫ້ສຳເລັດຕາມການມອບໝາຍ ໃນໂອກາດທີ່ທ່ານເຂົ້າຮ່ວມພິທີປະກາດການແຕ່ງຕັ້ງ ຫົວໜ້າກົມກວດກາ-ກວດການ ໃນວັນທີ 23 ກໍລະກົດ 2020, ໂດຍມີບັນດາຄະນະພັກ-ຄະນະກົມ, ພະແນກ, ແຂກຮັບເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ໄດ້ໂອ້ລົມ ແລະ ເນັ້ນໜັກ ວ່າ:

ການປະກາດການຈັດຕັ້ງຄັ້ງນີ້, ດ້ານໜຶ່ງກໍເພື່ອປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ ບົນພື້ນຖານການຕົກລົງເປັນເອກະພາບ ແລະ ການຄົ້ນຄວ້າຂອງ ກະຊວງ ປກສ ແລະ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງສືບຕໍ່ເອົາໃຈໃສ່ຕິດພັນກັບອ້າຍນ້ອງ, ຮັບຟັງຄໍາຄິດເຫັນຂອງພະນັກງານ-ນັກຮົບ, ເວລາໃດກໍຕ້ອງຮັກສາໄດ້ຄຸນສົມບັດສິນທໍາປະຕິວັດ, ມີຄວາມສັດຊື່ບໍລິສຸດຕໍ່ຕົນເອງ, ຕໍ່ວຽກງານວິຊາສະເພາະ ແລະ ໝູ່ຄະນະ, ຕ້ອງຢຶດໝັ້ນ ແລະ ມີຄວາມຍຸຕິທໍາ, ມີແບບແຜນວິທີເຮັດວຽກຕ້ອງຮອບຄອບ, ມີຄວາມຊັດເຈນ, ມີຈຸດຢືນໃນການເບິ່ງບັນຫາຢ່າງຖືກຕ້ອງ, ພາວະວິໄສ, ຕ້ອງເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີໃນໝູ່ຄະນະ, ພາຍໃນ ແລະ ນອກກົມກອງຢ່າງກວ້າງຂວາງ; ຊີ້ນຳ-ນຳພາຄະນະພັກ-ຄະນະກົມ ກໍຄື ພະນັກງານ-ນັກຮົບພາຍໃນກົມ ເຮັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ ໃຫ້ສຳເລັດຕາມລະດັບຄາດໝາຍ.

ໃນໂອກາດດັ່ງກ່າວ, ພັທ ເກໄຊ ລໍວັນຮຽນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານດໍາລັດຂອງ ນາຍົກລັດຖະມົນຕີ ເລກທີ 393/ນຍ ລົງວັນທີ 10 ກໍລະກົດ 2020 ວ່າດ້ວຍ ການແຕ່ງຕັ້ງຫົວໜ້າກົມກວດກາ-ກວດການ ກະຊວງ ປກສ, ນາຍົກລັດຖະມົນຕີ ໄດ້ອອກດໍາລັດແຕ່ງຕັ້ງ ພັອ ຄໍາຜາສິດ ບົງມູນທອງ ເປັນຫົວໜ້າກົມກວດກາ-ກວດການ.