ເຈົ້າໜ້າທີ່ຫ້ອງຕຳຫຼວດ ປກສ ນະຄອນວຽງຈັນ ໄດ້ຈັບຕົວ ແລະ ດຳເນີນຄະດີ ທ້າວ ແສງ ອາຍຸ 34 ປີ ຢູ່ບ້ານນາຄໍາ ເມືອງແອດ ແຂວງຫົວພັນ ທີ່ມາພັກເຊົ່າຢູ່ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງເພື່ອເສບ ແຕ່ວັນທີ 23 ຕຸລາ 2019. ມາວັນທີ 16 ກໍລະກົດ, ອົງການໄອຍະການປະຊາຊົນ ຈຶ່ງໄດ້ສະຫຼຸບສຳນວນຄະດີດັ່ງກ່າວເພື່ອສັ່ງຟ້ອງຂຶ້ນສານຕັດສິນ.

ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ຖະແຫຼງວ່າ: ຜ່ານການຄົ້ນຄວ້າບັນດາ ຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ປະກອບ ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ມີຫຼັກຖານຮັດກຸມ ທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າການກະທໍາຂອງ ທ້າວ ແສງ ເປັນການກະທໍາຜິດທາງອາຍາໃນຂໍ້ຫາການມີຢາເສບຕິດໄວ້ໃນຄອບຄອງ ເພື່ອເສບ. ການກະທໍາຂອງຈໍາເລີຍເປັນການກະທໍາຜິດ ໂດຍເຈດຕະນາເນື່ອງຈາກວ່າຈໍາເລີຍ ມີຄວາມຕັ້ງໃຈເສບ ແລະ ຄອບຄອງຢາເສບຕິດ (ຢາບ້າ) ທັງທີ່ຈໍາເລີຍກໍຮູ້ດີວ່າ ການກະທໍາດັ່ງກ່າວເປັນການກະທໍາຜິດຕາມກົດໝາຍ ແລະ ເປັນການກະທໍາຜິດທີ່ແຕະຕ້ອງຕໍ່ສະຖຽນລະພາບເສດຖະກິດຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຕາມປະມວນກົດໝາຍອາຍາ ມາດຕາ 320.

ທ້າວ ແສງ ເສບຢາບ້າ ມາແຕ່ປີ 2017, ເຊິ່ງຊື້ຈາກ ທ້າວ ບີ້ ອາຍຸປະມານ 31 ປີ ບໍ່ຮູ້ບ້ານຢູ່ທີ່ຂາຍຢູ່ຮ້ານເກມເຂດບ້ານສີບຸນເຮືອງ ເມືອງຈັນທະບູລີ ແລະ ຊື້ນຳໄວລຸ້ນບໍ່ຮູ້ຊື່ຢູ່ຮ້ານເກມເຂດບ້ານທາດຫຼວງກາງ ເມືອງໄຊເສດຖາ ຄັ້ງລະ 1-2 ເມັດ. ມາວັນທີ 23 ຕຸລາ 2019, ທ້າວ ແສງ ກັບໝູ່ຊື່ ທ້າວ ນ້ອຍ, ທ້າວ ໄຊ ແລະ ທ້າວ ຄໍາ ບໍ່ຮູ້ບ້ານຢູ່ ທີ່ຮູ້ຈັກກັນຢູ່ເດີ່ນພະທາດຫຼວງ ໄດ້ລວມເງິນກັນຜູ້ລະ 25.000 ກີບ ໄປຊື້ຢາບ້າມາເສບ ໂດຍນຳໄປຊື້ຢາບ້ານໍາ ທ້າວ ບີ້ ຢູ່ຮ້ານເກມບ້ານສີບຸນເຮືອງ ຈຳນວນ 20 ເມັດ ເມື່ອກັບອອກມາຮອດເຂດປະຕູທາງເຂົ້າເດີ່ນພະທາດຫຼວງ ຖືກເຈົ້າໜ້າທີ່ກັກຕົວ ແລະ ກວດຄົ້ນຕົວພົບຂອງກາງຢາບ້າ 20 ເມັດ ມາດໍາເນີນຄະດີ ໂດຍຜູ້ກ່ຽວໃຫ້ການຮັບສາລະພາບວ່າຂອງກາງຢາບ້າ 20 ເມັດ ແມ່ນຂອງຜູ້ກ່ຽວແທ້ທີ່ມີຈຸດປະສົງຊື້ມາໄວ້ ເພື່ອເສບຕາມບົດບັນທຶກຄໍາໃຫ້ການສະບັບລົງວັນທີ 24 ຕຸລາ 2019. ຢາບ້າຈໍານວນ 20 ເມັດ ນ້ຳໜັກ 1.868 ກຼາມ ໄດ້ນໍາໃຊ້ເຂົ້າໃນການກວດພິສູດ-ວິໄຈ ຈໍານວນ 3 ເມັດ; ຜ່ານການກວດພິສູດ-ວິໄຈແລ້ວ ພົບສານເສບຕິດທີ່ອອກລິດຕໍ່ຈິດປະສາດປະເພດຢາບ້າແທ້ຕາມໃບຢັ້ງຢືນ ຜົນການວິໄຈຂອງສູນວິໄຈອາຫານ ແລະ ຢາສະ ບັບເລກ 4476-19/ສອຍ, ລົງວັນທີ 23 ທັນວາ 2019.

ທ້າວ ແສງ ເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ, ເຖິງກະສຽນອາຍຸທາງອາຍາແລ້ວ ສາມາດຮັບຮູ້ໄດ້ການກະທໍາຂອງຕົນເປັນການກະທໍາຜິດ ເເຕ່ກະທໍາໄປຍ້ອນເຫັນແກ່ຜົນປະໂຫຍດສ່ວນຕົວອັນບໍ່ຖືກຕ້ອງ ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາສານ ປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງເຫັນຄວນລົງໂທດຕັດສິນຈຳຄຸກ 2 ປີ ປັບໃໝ 10.000.000 ກີບ.


ຢາບ້າທີ່ຍັງເຫຼືອຈາກການນຳໄປກວດວິໄຈ, ຄະນະໄດ້ຮິບໃຫ້ພາກສ່ວນທີ່ກ່ຽວຂອງນຳໄປ ທຳລາຍຖິ້ມ, ສ່ວນເປົ້າໝາຍຊັດທອດແມ່ນບໍ່ຮູ້ທີ່ຢູ່ ຈຶ່ງບໍ່ສາມາດຕິດຕາມຕົວມາດໍາເນີນຄະດີ ໄດ້.