ໃນວັນທີ 23 ກໍລະກົດ 2020, ກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ກະຊວງ ປກສ ໄດ້ເຜີຍແຜ່ເອກະສານວຽກງານກວດກາ-ປ້ອງກັນກຳ ລັງ, ເຂົ້າຮ່ວມມີ ພັອ ປອ ທອງແດງ ຄຳພິທູນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ-ຄະນະບັນຊາ 4 ຫ້ອງ, 3 ກອງພັນ, ກອງຮ້ອຍເອກະລາດ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ກອງແກ້ວ ກຸສານົນ ຮອງປະທານກວດກາ ກອງບັນຊາການປ້ອງກັນທີ່ຕັ້ງ ຜ່ານເອກະສານວ່າ:

ເອກະສານວຽກງານກວດກາ-ປ້ອງກັນກຳລັງ ວ່າດ້ວຍ ການເພີ່ມທະວີວຽກງານປ້ອງກັນກຳລັງໃນສະພາບໃໝ່ ສະບັບເລກທີ 2508/ປກສ, ລົງວັນທີ 19 ພະຈິກ 2019 ແມ່ນແນໃສ່ໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຂອງ ກະຊວງ ປກສ ໄດ້ເອົາໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ ໄດ້ລົງເລິກຊີ້ນໍາວຽກງານປ້ອງກັນກຳລັງຢ່າງຕັ້ງໜ້າ, ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຄື່ອນໄຫວປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ເຂັ້ມງວດຕໍ່ລະບຽບວິໄນ, ກົດໝາຍ ແລະ ລະບຽບ.

ສະນັ້ນ, ເພື່ອເປັນການເພີ່ມທະວີວຽກງານປ້ອງກັນກຳລັງໃນສະພາບການໃໝ່ ລັດຖະມົນຕີ ອອກຄຳສັ່ງໃຫ້ ຄະນະພັກ-ຄະນະບັນຊາກົມກອງ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ຕ້ອງເພີ່ມທະວີວຽກງານສຶກສາອົມຮົມການເມືອງ-ແນວຄິດ, ຍົກສູງສະຕິປະຕິວັດ, ກຳແໜ້ນສະພາບເຄື່ອນໄຫວສົງຄາມຫັນປ່ຽນໂດຍສັນຕິ ທີ່ອາດແຊກຊຶມເຂົ້າພາຍໃນພັກ, ພາຍໃນກຳລັງປ້ອງກັນຄວາມສະຫງົບ ແລະ ພື້ນຖານປະຊາຊົນ.

ໃນໂອກາດດັ່ງກ່າວ, ກອງພັນ 205 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ຍັງໄດ້ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຈຳນວນ 40 ສະຫາຍ ທີ່ມີຜົນງານ ແລະ ຄົບມາດຖານເລື່ອນຊັ້ນ. ໃນນີ້, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 2 ສະຫາຍ, ສິບໂທ ຂຶ້ນ ສິບເອກ 36 ສະຫາຍ, ສິບຕີ ຂຶ້ນ ສິບໂທ 2 ສະຫາຍ, ໂດຍການປະດັບຊັ້ນຂອງ ພັທ ນິພົນ ແກ້ວແສງສີ ຫົວໜ້າກອງພັນ 205.