ໃນວັນທີ 22 ກໍລະກົດ 2020, ສະຫະພັນແມ່ຍິງ ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2020, ເຂົ້າຮ່ວມມີ ພົຈວ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຄະນະພັກກົມໃຫຍ່, ຄະນະຫ້ອງ, ກົມກອງ, ໂຮງໝໍ 5 ເມສາ, ຄະນະສະຫະພັນແມ່ຍິງກົມໃຫຍ່, ຄະນະໜ່ວຍແມ່ຍິງ ພ້ອມດ້ວຍສະມາຊິກແມ່ຍິງອ້ອມຂ້າງກົມໃຫຍ່ ເຂົ້າຮ່ວມ.

ພັທ ນາງ ຈຳປາທອງ ເຄນສຸລິນ ຄະນະບໍລິຫານງານ ສະຫະພັນແມ່ຍິງ ກົມໃຫຍ່ພະລາທິການ ກ່າວວ່າ:

6 ເດືອນຕົ້ນປີຜ່ານມາ, ຄະນະສະຫະພັນແມ່ຍິງ ກົມໃຫຍ່ພະລາທິການ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເອື້ອຍນ້ອງແມ່ຍິງດ້ວຍການນຳພາເຊື່ອມຊຶມເອກະສານສຳຄັນຂອງພັກ-ຂອງຊາດ ຕິດພັນກັບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງເອື້ອຍນ້ອງແມ່ຍິງ, ໄດ້ປັບປຸງແບບແຜນວິທີນຳພາ-ບັນຊາ ຂອງສະຫະພັນແມ່ຍິງ ກົມໃຫຍ່ພະລາທິການ.

ຜ່ານການສຶກສາອົບຮົມຕົວຈິງ ເຫັນວ່າ: ເອື້ອຍນ້ອງແມ່ຍິງທຸກສະຫາຍ ໄດ້ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຕາມການມອບໝາຍ, ເອື້ອຍນ້ອງແມ່ຍິງໄດ້ໄປຍົກລະດັບວິຊາເພາະຂະແໜງການຕ່າງໆທັງພາຍໃນ ແລະ ຕ່າງປະເທດຈຳນວນ 18 ສະຫາຍ, ໄດ້ຮັບການເລື່ອນຊັ້ນ 39 ສະຫາຍ, ໄດ້ປຸກລະດົມກຸ່ມທ້ອນເງິນກອງທຶນພັດທະນາແມ່ຍິງ ປັດຈຸບັນມີສະມາຊິກທັງໝົດກອງທຶນທັງຍິງ ແລະ ຊາຍທັງໝົດ 724 ສະຫາຍ, ມີເງິນກອງທຶນ 3.367 ລ້ານກວ່າກີບ, ເປີດໃຫ້ສະມາຊິກຢືມ 171 ລ້ານກວ່າກີບ, ມີເງິນໝູນວຽນ 3 ຕື້ 292 ລ້ານກວ່າກີບ.

ສໍາລັບທິດທາງແຜນການໃນ 6 ເດືອນທ້າຍປີ 2020, ຄະນສະຫະພັນແມ່ຍິງ ຈະເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ແນໃສ່ສ້າງໃຫ້ສະມາຊິກແມ່ຍິງທຸກສະຫາຍ ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເຂົ້າໃຈຕໍ່ແນວທາງນະໂຍບາຍ, ມີແນວຄິດສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ໃນການປະຕິບັດໜ້າທີ່ວຽກງານ ກໍຄື ໃນສັງຄົມ.

ໃນກອງປະຊຸມ, ຍັງໄດ້ມີການປາຖະກະຖາມູນເຊື້ອ ວັນແມ່ຍິງລາວ ຄົບຮອບ 65 ປີ (20 ກໍລະກົດ 1955-20 ກໍລະກົດ 2020) ໂດຍການປາຖະກະຖາຂອງ ພັອ ນາງ ພຸດມາລາ ພັນທະມິດ ວ່າ:

ແມ່ຍິງລາວໄດ້ຮ່ວມຕໍ່ສູ່ກັບເພດຊາຍ ໃນພາລະກິດຕໍ່ສູ້ປົດປ່ອຍຊາດຍາດເອົາເອກະລາດອະທິປະໄຕ ແລະ ປະກອບສ່ວນສ້າງໜ້າປະຫວັດສາດອັນສະຫວ່າງສະໄຫວຂອງຊາດລາວ. ນັບແຕ່ພັກປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ ພັກໄດ້ວາງແນວທາງໃນການປົດປ່ອຍແມ່ຍິງ, ພັກຖືວ່າແມ່ຍິງກວມຈຳນວນເຄິ່ງໜຶ່ງຂອງພົນລະເມືອງໃນທົ່ວປະເທດ, ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຂົງເຂດວຽກງານ, ເປັນກຳລັງແຮງອັນພິເສດ (ໝາຍຄວາມວ່າ ແມ່ຍິງມີບົດບາດໃຫ້ການເນີດຄົນຮຸ່ນໃໝ່), ແມ່ຍິງລາວໄດ້ມີບົດບາດທາງການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປະຕິບັດໜ້າທີ່ປົກປ້ອງສິດຜົນປະໂຫຍດອັນຊອບທຳ ຕິດພັນກັບ ການປະຕິບັດສິດສະເໝີພາບຍິງ-ຊາຍໃນຄອບຄົວ ແລະ ສັງຄົມ.