ວັນທີ 23 ກໍລະກົດ 2020, ວິທະຍາຄານການແພດກອງທັບ ກະຊວງປ້ອງກັນປະເທດ ໄດ້ຈັດພິທີປິດຊຸດຮຽນ ແລະ ມອບໃບປະກາສະນີຍະບັດ ສົກປີ 2019-2020 ໃຫ້ນັກສຶກສາແພດປະລິນຍາຕີ ລະບົບ 6 ປີ ຊຸດທີ 1, ແພດຊັ້ນສູງເຊື່ອມຕໍ່ ຂະແໜງພາຍໃນລວມ ແລະ ພາຍນອກລວມ ລະບົບ 2 ປີ ຊຸດທີ 1, ໂດຍການເຂົ້າຮ່ວມຂອງ ພົຈວ ວົງສັກ ພັນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ວິທະຍາຄານການແພດກອງທັບ, ໂຮງໝໍສູນກາງ 103, ກົມເສນາພະລາ, ນັກສຶກສາ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພັທ ຈັນພອນ ພົນຫາວົງ ຮອງອຳນວຍການວິທະຍາຄານການແພດກອງທັບ ໃຫ້ຮູ້ວ່າ:

ນັກສຶກສາແພດປະລິນຍາຕີ ຊຸດທີ 1 ມີທັງໝົດ 60 ສະຫາຍ ຍິງ 19 ສະຫາຍ ໃນນັ້ນມາຈາກ ກະຊວງ ປກສ 1 ສະຫາຍ, ໂຄງການຫຼັກສູດການຮຽນ-ການສອນທັງໝົດ ມີ 6 ປີ ແບ່ງອອກເປັນ 12 ພາກຮຽນ ລວມທັງໝົດ 220 ໜ່ວຍກິດ (ນັບທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງຢູ່ໃນໂຮງໝໍ). ໃນນັ້ນ, ໝວດວິຊາຄວາມຮູ້ທົ່ວໄປ 20 ໜ່ວຍກິດ, ໝວດວິຊາການແພດທະຫານ 17 ໝ່ວຍກິດ, ການແພດພາກພື້ນຖານ 70 ໜ່ວຍກິດ, ໝວດວິຊາການແພດພາກຄຼີນິກ 117 ໜວ່ຍກິດ, ໝວດວິຊາເລືອກ 4 ໜ່ວຍກິດ ແລະ ສອບເສັງຈົບຊັ້ນ 2 ໜ່ວຍກິດ; ຜົນການສອບເສັງຈົບຊັ້ນ ເຫັນວ່າ ຄະແນນສະເລ່ຍຈັດປະເພດ: ເກຼດ B+ (83,3%), B (70%), C (21,67%).

ສ່ວນນັກສຶກສາແພດຊັ້ນສູງເຊື່ອມຕໍ່ ຂະແໜງພາຍໃນລວມ ແລະ ພາຍນອກລວມ ລະບົບ 2 ປີ ຊຸດທີ 1ມີນັກສຶກສາທັງໝົດ 60 ສະຫາຍ ຍິງ 25 ສະຫາຍ, ໂຄງການຫຼັກສູດການຮຽນ-ການສອນທັງໝົດມີ 2 ປີ, ແບ່ງອອກເປັນ 4 ພາກຮຽນ, ລວມມີ 33-34 ໝວດວິຊາ ເທົ່າກັບ 2196 ຊົ່ວໂມງ (ນັບທັງພາກທິດສະດີ ແລະ ປະຕິບັດຕົວຈິງຢູ່ໃນໂຮງໝໍ). ໃນນັ້ນ, ໝວດວິຊາການເມືອງ ກວມເອົາ 40 ຊົ່ວໂມງ, ໝວດວິຊາພື້ນຖານວິຊາສະເພາະ 258 ຊົ່ວໂມງ, ໝວດວິຊາສະເພາະພາກຄຼີນິກ ກວມເອົາ 1.898 ຊົ່ວໂມງ; ຜົນການຮຽນ ແລະ ສອບເສັງ ບັນລຸຄາດໝາຍ 100% ໃນນັ້ນປະເພດເກັ່ງມີ 4,56% ແລະ ແຂງ 82,71%.

ໃນພິທີ ຍັງໄດ້ມີການມອບໃບຍ້ອງຍໍໃຫ້ນັກຮຽນດີ, ຮຽນເກັ່ງ ຈຳນວນ 56 ໃບ, ໃນນັ້ນໃບຍ້ອງຍໍຂັ້ນກະຊວງ 8 ໃບ, ຂັ້ນກົມໃຫຍ່ 17 ໃບ ແລະ ວິທະຍາຄານ 31 ໃບ, ພ້ອມທັງປະກາດເລື່ອນຊັ້ນໃຫ້ກັບນັກສຶກສາ ໃນນັ້ນມີຊັ້ນ ພັນຕີ 15 ສະຫາຍ, ຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 25 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 3 ສະຫາຍ ແລະ ປະດັບຊັ້ນຮ້ອຍໂທ 21 ສະຫາຍ.