ພິທີມອບບັດໃຫ້ພະນັກງານ-ລັດຖະກອນ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ຈຳນວນ 50 ທ່ານ ຍິງ 18 ທ່ານ ໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດ 2020, ໂດຍມີ ທ່ານ ສຸວັນນີ ລັດຕະນະວົງ ຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ, ທ່ານ ບຸນຈັນ ແກ້ວສີທໍາມະ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ, ແຂກຮັບເຊີນ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ສຸວັນນີ ລັດຕະນະວົງ ກ່າວວ່າ: ການອອກບັດພະນັກງານ-ລັດຖະກອນ ແມ່ນມີຄວາມສຳຄັນ ເພາະເປັນການຢັ້ງຢືນ ແລະ ກວດກາບັນຊີຈຳນວນພົນພະນັກງານ-ລັດຖະກອນທີ່ມີໜ້າ ແລະ ບໍ່ມີໜ້າຕົວຈິງຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ, ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນຕາມກົດໝາຍ, ລະບຽບການ ແລະ ທັນສະໄໝ, ເຮັດໃຫ້ການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ ໃຫ້ຖືກຕ້ອງຕາມຕົວຈິງ ເພື່ອເປັນບ່ອນອີງໃຫ້ ອົງການຄຸ້ມຄອງພະນັກງານ-ລັດຖະກອນ ຂອງບັນດາກະ ຊວງ, ອົງການລັດທຽບເທົ່າຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ມີຄວາມສະດວກ ແລະ ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດຕົວຈິງໃນຂອບເຂດທົ່ວປະເທດ.