ສະຫະພັນແມ່ຍິງ ກົມສື່ສານ ກະຊວງ ປກສ ມີຜົນງານຫຼາຍດ້ານທີ່ພົ້ນເດັ່ນໃນ 6 ເດືອນຕົ້ນປີ 2020 ໂດຍສະເພາະແມ່ນ ວຽກງານຮັບ-ສົ່ງໂທລະເລກ, ຂຶ້ນຜຽນຕິດຕໍ່ ແລະ ວຽກງານອື່ນໆ; ເຊິ່ງຂໍ້ມູນດັ່ງກ່າວ ໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ຂອງ ສະຫະພັນແມ່ຍິງ ກົມສື່ສານ ໃນວັນທີ 24 ກໍລະກົດ, ໂດຍມີ ພັອ ແສງປະເສີດ ສຸທໍາມະວົງ ຫົວໜ້າກົມສື່ສານ, ມີປະທານສະຫະພັນແມ່ຍິງ, ຫົວໜ້າຫ້ອງການ, ຫ້ອງພະແນກ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມ.

ພັທ ນາງ ຄໍາປຸ່ນ ຈູມມະນີ ປະທານສະຫະພັນແມ່ຍິງ ກົມສື່ສານ ໄດ້ຜ່ານບົດສະຫຼຸບໃຫ້ຮູ້ວ່າ:

ໃນ 6 ເດືອນຜ່ານມາ, ສະຫະພັນແມ່ຍິງ ກົມສື່ສານ ມີຜົນງານພົ້ນເດັ່ນຫຼາຍດ້ານຄື: ມີເອກະສານຂາເຂົ້າ-ຂາອອກ ຈໍານວນ 714 ສະບັບ, ສໍານວນ-ສໍາເນົາເອກະສານໄດ້ 2.948 ສະບັບ, ເຮັດບົດສະຫຼຸບ-ລາຍງານໄດ້ 6 ສະບັບ, ຮັບ-ສົ່ງໂທລະເລກໄດ້ 19.568 ຄັ້ງ, ຂຶ້ນຜຽນຕິດຕໍ່ໄດ້ 6.796 ຜຽນ, ແຈກຢາຍວາລະສານ-ໜັງສືພິມ 170 ສະບັບ, ເປີດຕູ້ໄປສະນີ 3 ຄັ້ງ ມີ 45 ສະບັບ, ເປີດເບີໂທອອກນອກເຄືອຂ່າຍ, ປ່ຽນຟອດສູນກາງ, ລີເສັດເບີຢູ່ສູນກາງ ຈໍານວນ 23 ເບີ, ສັບປ່ຽນຄູ່ສາຍ MDF 20 ຄັ້ງ, ຕິດຕາມເບີ 1191, 1190 ທົ່ວປະເທດ ແລະ ອັບເດດຂ່າວໄດ້ 16 ຂ່າວ. ນອກຈາກນີ້, ຍັງເປັນເຈົ້າການປະຕິບັດແຜນງົບປະມານ ໃນການຊໍາລະຄ່າໂທລະສັບ, ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກອື່ນໆໄດ້ 18 ຄັ້ງ ມີ 230 ລາຍການ, ໄດ້ກວດສຸຂະພາບ ແລະ ຮັບ-ຈ່າຍຢາໄດ້ 51 ເທື່ອຄັ້ງ; ສ່ວນວຽກງານດ້ານອື່ນໆ ກໍສາມາດປະຕິບັດຢ່າງມີຜົນສໍາເລັດໄດ້ 100%.

ໂອກາດດຽວກັນ, ໃນພິທີຍັງໄດ້ຜ່ານບົດສະຫຼຸບແຜນພັດທະນາແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ໄລຍະ 5 ປີ (2015-2019) ແລະ ແຜນພັດທະນາ 5 ປີ (2020-2024) ພ້ອມທັງປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ.