ເກີດເຫດຜູ້ຂັບຂີ່ລົດຈັກໃນສະພາບມຶນເມົາຕໍາກັບລົດກະບະຮຸນໄດ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດ. ເຫດການດັ່ງກ່າວເກີດຂຶ້ນໃນເວລາ 17:00 ໂມງຂອງວັນທີ 19 ກໍລະກົດ 2020 ທີ່ເສັ້ນທາງເລກ 2 ເຂດບ້ານລວມເລົາ-ບ້ານນາທອງ ເມືອງຮຸນ ແຂວງອຸດົມໄຊ.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ເມືອງຮຸນ ໃຫ້ຮູ້ວ່າ: ຈາກການເກັບກໍາຂໍ້ມູນ ແລະ ຊັນນະສູດສະຖານທີ່ເກີດເຫດ, ທ້າວ ຄຳສະຫວາດ ອາຍຸ 21 ປີ ຂັບຂີ່ລົດຈັກເວບ 125 cc ສີດໍາ ບໍ່ປ້າຍທະບຽນ ພ້ອມຜູ້ຊ້ອນທ້າຍ 1 ຄົນ; ຂັບຂີ່ມາແຕ່ທາງບ້ານນໍ້າຍອນ ມຸ່ງໜ້າໄປທາງບ້ານນາທອງ ຕາມເສັ້ນທາງເລກ 2 ດ້ວຍສະພາບມຶນເມົາ. ພໍມາຮອດຈຸດເກີດເຫດ, ໄດ້ຕໍາກັບລົດ ກະບະຮຸນໄດ ສີຂາວ ໝາຍເລກທະບຽນ ກຕ 2673 ກໍາແພງນະຄອນ, ຂັບຂີ່ໂດຍ ທ້າວ ຊຽງໄຊ ອາຍຸ 35 ປີ ບ້ານສີບຸນເຮືອງ ເມືອງຮຸນ ທີ່ແລ່ນສວນທາງມາດ້ວຍແຮງ; ເຮັດໃຫ້ຜູ້ຂັບຂີ່ເສຍຊີວິດ ສ່ວນຜູ້ຊ້ອນທ້າຍໄດ້ຮັບບາດເຈັບສາຫັດ.

ນາງ ນິດ ອາຍຸ 20 ປີ ບ້ານດອນຂາມ ເມືອງປາກແບງ ແຂວງອຸດົມໄຊ ຜູ້ຊ້ອນທ້າຍລົດຈັກ ໃຫ້ການວ່າ: ກ່ອນເກີດອຸບັດຕິເຫດ ຜູ້ຂັບຂີ່ລົດຈັກໄດ້ດື່ມສິ່ງມຶນເມົາເກີນຂອບເຂດ ແລະ ໄດ້ພາກັນຂີ່ລົດຈັກກັບບ້ານ ຈຶ່ງໄດ້ປະສົບອຸບັດຕິເຫດລະຫວ່າງທາງ.