ໃນວັນທີ 26 ກໍລະກົດ 2020, ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເດີນທາງເຄື່ອງໄຫວຢ້ຽມຢາມ ແລະ ຕິດຕາມເບິ່ງຄວາມຄືບໜ້າໃນການຟື້ນຟູພື້ນຖານໂຄງລ່າງ, ການກໍ່ສ້າງທີ່ຢູ່ອາໄສ ແລະ ການຈັດສັນອາຊີບໃຫ້ພໍ່-ແມ່ປະຊາຊົນ ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກເຫດການຄູກັນນໍ້າ D ຂອງໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ ເມື່ອປີ 2018, ໂດຍມີ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງໆອັດຕະປື, ມີຄະນະພັກ, ພະນັກງານຫຼັກແຫຼ່ງ, ເຈົ້າເມືອງສະໜາມໄຊ, ພະນັກງານທີ່ກ່ຽວຂ້ອງຕ້ອນຮັບ ແລະ ຮ່ວມເຮັດວຽກ.

ການຟື້ນຟູພື້ນຖານໂຄງລ່າງຢູ່ເມືອງສະໜາມໄຊ ແມ່ນດໍາເນີນຢ່າງເຄັ່ງຮ້ອນ ແລະ ສໍາເລັດໂດຍພື້ນຖານແລ້ວໂດຍສະເພາະແມ່ນການສ້ອມແປງທາງ ແລະ ຂົວແມ່ນສໍາເລັດສາມາດທຽວໄປ-ມາສະດວກ, ສ່ວນການສ້ອມແປງຄອງຊົນລະປະທານແມ່ນກໍາລັງເລັ່ງສ້ອມແປງຄືນຄາດວ່າຈະສຳເລັດໃນໄວໆນີ້; ສ່ວນການບຸກເບີກເນື້ອທີ່ການຜະລິດໃຫ້ປະຊາຊົນມາຮອດປັດຈຸບັນສາມາດບຸກເບີກເນື້ອທີ່ເພື່ອໃຫ້ປະຊາຊົນປູກມັນຕົ້ນໄດ້ທັງໝົດ 2.140 ເຮັກຕາ ໃນນີ້ໄດ້ບຸກເບີກຢູ່ 4 ຈຸດຄື: ຈຸດບ້ານຕາມໍຢອດ, ຈຸດບ້ານດົງບາກ, ຈຸດບ້ານດອນບົກ ແລະ ຈຸດບ້ານປິນດົງ; ສໍາລັບການຈັດສັນ ແລະ ກໍ່ສ້າງທີ່ຢູ່ອາໄສໃຫ້ພໍ່ແມ່ນປະຊາຊົນແມ່ນກໍາລັງດໍາເນີນການກໍ່ສ້າງເຮືອນ 811 ຫຼັງ ໃຫ້ປະຊາຊົນ 5 ບ້ານ ແລະ 1 ຄຸ້ມ ໂດຍແບ່ງອອກເປັນ 4 ຈຸດ ຫຼື 4 ບ້ານ ຄື: ບ້ານດົງບາກໃໝ່ຫີນຄໍາ, ບ້ານດອນບົກ, ບ້ານຕາມໍຢອດ ແລະ ບ້ານທ່າແສງຈັນ. ສໍາລັບທຶນທີ່ນໍາໃຊ້ເຂົ້າໃນການກໍ່ສ້າງແມ່ນໄດ້ຮັບຈາກກຸ່ມບໍລິສັດຜູ້ພັດທະນາໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ ໃຫ້ທຶນປຸກສ້າງເຮືອນຈໍານວນ 700 ຫຼັງ, ທຶນຊ່ວຍເຫຼືອລ້າຈາກອົງການສະຫະປະຊາຊາດ ເພື່ອປຸກສ້າງທີ່ຢູ່ອາໄສ ແລະ ທຶນຊ່ວຍເຫຼືອຈາກປະຊາຊົນໄທ ຈໍານວນ 111 ຫຼັງ. ປັດຈຸບັນ, ເຫັນວ່າປະຊາຊົນເຂດດັ່ງກ່າວມີຊີວິດການເປັນຢູ່ດີເປັນກ້າວໆ.