ພິທີປະກາດການແຕ່ງຕັ້ງຫົວໜ້າວິທະຍາຄານສັນຕິບານປະຊາຊົນ ໄດ້ຈັດຂຶ້ນໃນວັນທີ 24 ກໍລະ ກົດ 2020, ເຂົ້າຮ່ວມໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ, ມີຄະນະພັກ-ຄະນະອໍານວຍການ, ຫົວໜ້າຫ້ອງ, ຫົວໜ້າຄະນະວິຊາ, ແຂກຮັບເຊີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ໃນພິທີ ພັທ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານດໍາລັດຂອງນາຍົກລັດຖະມົນຕີ ເລກທີ 395/ນຍ ລົງວັນທີ 10 ກໍລະກົດ 2020, ວ່າດ້ວຍການແຕ່ງຕັ້ງຫົວໜ້າ ວສປ, ໃນນີ້, ໄດ້ແຕ່ງຕັ້ງ ພັອ ປອ ວັນສົມ ສີສົມບັດ ເປັນຫົວໜ້າ ວສປ.

ຈາກນັ້ນ, ທ່ານຮອງລັດຖະມົນຕີກະຊວງ ປກສ ກໍໄດ້ໂອ້ລົມຕໍ່ພິທີ, ເຊິ່ງທ່ານໄດ້ເນັ້ນໃຫ້ສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ໆພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງເວົ້າລວມ, ເວົ້າສະເພາະຕ້ອງເອົາໃຈໃສ່ຕໍ່ການປັບປຸງ ແລະ ຍົກສູງຄຸນນະພາບການຮຽນ-ການສອນຢູ່ ວສປ ໃຫ້ມີໝາກຜົນດີຂຶ້ນເລື່ອຍໆ, ຊີ້ນໍາການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກໍາລັງປ້ອງກັນຄວາມສະຫງົບ ຕໍ່ພະນັກງານ ແລະ ນັກສຶກສາໃຫ້ເຂັ້ມງວດຂຶ້ນກວ່າເກົ່າ, ຕ້ອງເຕົ້າໂຮມຄວາມສາມັກຄີເປັນເອກະພາບສູງ, ເຮັດວຽກເປັນໝູ່ ຄະນະ, ມີວິທີການປະຕິບັດທີ່ເປັນເອກະພາບແຕ່ຜູ້ຊີ້ນໍາບັນຊາຮອດຜູ້ຈັດຕັ້ງປະຕິບັດໂດຍມອບໃຫ້ບຸກຄົນຮັບຜິດຊອບ, ມີການກວດກາ, ສະຫຼຸບຖອດຖອນບົດຮຽນໄປພ້ອມມີຄວາມສາມັກຄີ ແລະ ເອກະພາບພາຍໃນພັກຖືສໍາຄັນທີ່ສຸດການຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ ເພາະວ່າການຕໍານິນັ້ນເນື້ອແທ້ກໍແມ່ນການສ້າງຄົນ ຫຼື ເວົ້າຢ່າງໜຶ່ງກໍແມ່ນການຂ້າພະຍາດເພື່ອກອບກູ້ເອົາຄົນ.