ແຂວງຄຳມ່ວນ ຫວນຄືນ ມູນເຊື້ອສະຫະພັັນແມ່ຍິງລາວ ຄົບຮອບ 65 ປີ
ແຂວງຄຳມ່ວນ ຫວນຄືນ ມູນເຊື້ອສະຫະພັັນແມ່ຍິງລາວ ຄົບຮອບ 65 ປີ

ແຂວງຄຳມ່ວນ ໄດ້ປາຖະກະຖາ ຫວນຄືນ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ (20 ກໍລະກົດ 1955-20 ກໍລະກົດ 2020) ໃນວັນທີ 23 ກໍລະກົດຜ່ານມານີ້; ມີ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄໍາມ່ວນ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຕາງໜ້າຈາກພະແນກການອ້ອມຂ້າງ, ພະນັກງານອາວຸໂສບຳນານ, ອົງການຈັດຕັ້ງຕ່າງໆ ຕະຫຼອດເຖິງຄະນະຮາກຖານ, ຄະນະໜ່ວຍ ແລະ ສະມາຊິກສະຫະພັນແມ່ຍິງຈາກຂະແໜງການຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມ.

ທ່ານ ນາງ ອາລີ ບົວຈູມ ປະທານສະຫະພັນແມ່ຍິງແຂວງຄຳມ່ວນ ໄດ້ເລົ່າຄືນເຖິງປະຫວັດມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ກໍຄືແມ່ຍິງລາວ
ບັນດາເຜົ່າ ທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງ ຕະຫຼອດໄລຍະ 65 ປີທີ່ຜ່ານມາ; ເຊິ່ງວັນສ້າງຕັ້ງສະຫະພັນແມ່ຍິງລາວ ໄດ້ກໍາເນີດຂຶ້ນໃນທ່າມກາງທີ່ປະເທດເຮົາຢູ່ໃຕ້ແອກປົກຂອງພວກລ່າເມືອງຂຶ້ນ ພວກເຂົາໄດ້ເຂັນຂ້າຮາວີປະຊາຊົນຢ່າງໂຫດຮ້າຍປ່າເຖື່ອນ, ປະຊາຊົນບໍ່ມີສິດ, ບໍ່ມີສຽງ, ຕົກທຸກໄດ້ຍາກ, ລົ້ມຕາຍເປັນຈຳນວນຫຼາຍ.

ຍ້ອນແນວນັ້ນ, ຈຶ່ງເກີດມີຂະບວນການຕໍ່ສູ້ຂອງຜູ້ຮັກຊາດ, ພາຍໃຕ້ການນຳພາຄະນະແຄວ້ນລາວ, ແມ່ຍິງລາວກໍໄດ້ຄຽງບ່າຄຽງໄຫຼ່ກັບເພດຊາຍຕໍ່ສູ້ຢ່າງເດັດດ່ຽວ ພາຍຫຼັງພັກປະຊາຊົນປະຕິວັດລາວ ໄດ້ຖືກສ້າງຕັ້ງຂຶ້ນກໍໄດ້ເອົາໃຈໃສ່ຕໍ່ການປຸກລະດົມຂົນຂວາຍກໍ່ສ້າງໃຫ້ແມ່ຍິງມີ ຄວາມຕື່ນຕົວປະກອບສ່ວນເຂົ້າໃນພາ ລະກິດປະຕິວັດ ແລະ ຖືເອົາແມ່ຍິງເປັນ ພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນ ຂອງພັກ, ຍ້ອນເລັງເຫັນເຖິງສິດ, ເສລີ ພາບ ແລະ ຄວາມສະເໝີພາບຍິງ-ຊາຍທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ-ສັງຄົມ, ອົງການຈັດຕັ້ງແມ່ຍິງ ຂັ້ນຮາກຖານຈຶ່ງໄດ້ເກີດຂຶ້ນ ເຊິ່ງໃນວັນ ທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງ ເປັນທາງການ ແລະ ເປັນຕົ້ນກຳເນີດຂອງ ອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ.

ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ໄດ້ເຄື່ອນໄຫວຕາມພາລະບົດບາດທີ່ໄດ້ກຳນົດໄວ້
ໃນກົດລະບຽບ, ໂຄງການດຳເນີນງານ ຂອງຕົນ ພ້ອມທັງໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໜ້າ ທີ່ການເມືອງຂອງພັກໃນແຕ່ລະໄລຍະ ນອກນັ້ນ, ຍັງໄດ້ເຂົ້າຮ່ວມຄົ້ນຄວ້າ ແລະ ສະເໜີໃຫ້ດັດແປງກົດໝາຍການເລືອກຕັ້ງຄືນໃໝ່ ໂດຍໃຫ້ແມ່ຍິງລາວບັນດາ ເຜົ່າ ທີ່ມີອາຍຸແຕ່ 18 ປີຂຶ້ນໄປໃຫ້ມີສິດປ່ອນບັດເລືອກຕັ້ງ ແລະ ອາຍຸ 21 ປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ ເປັນຜູ້ແທນປະຊາຊົນ ໃນປີ 1958 ເຊິ່ງເປັນເທື່ອທຳອິດໃນປະຫວັດສາດ ທີ່ແມ່ຍິງລາວໄດ້ໃຊ້ສິດຂອງຕົນເຂົ້າໃນການເລືອກຕັ້ງ ແລະ ຮັບສະໝັກເລືອກຕັ້ງ.