ສະຫະພັນແມ່ຍິງຫ້ອງວ່າການ ກະຊວງ ປກສ ໄດ້ສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2020 ໃນວັນທີ 24 ກໍລະກົດ 2020 ໂດຍມີ ພັອ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ, ພັທ ນາງ ດວງຈິດ ຂັນຊະນະສົງ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ປະທານສະຫະພັນແມ່ຍິງ ຫ້ອງວ່າການ ກະຊວງ ປກສ, ມີແຂກຮັບເຊີນ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.

ພັທ ນາງ ສຸພາພອນ ຟອງສະມຸດ ຮອງປະທານສະຫະພັນແມ່ຍິງຫ້ອງວ່າການກະຊວງ ກ່າວວ່າ: ໃນໄລຍະຜ່ານມາ, ຄະນະສະຫະພັນແມ່ຍິງໄດ້ເອົາໃຈໃສ່ສຶກສາອົບຮົມເຕົ້າໂຮມຄວາມສາມັກຄີ, ປຸກລະດົມສະມາຊິກແມ່ຍິງປະຕິບັດວິຊາສະເພາະດ້ວຍຄວາມຫ້າວຫັນຄຽງບ່າຄຽງໄຫຼ່ກັບເພດຊາຍ ເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກສົ່ງເສີມການປະຕິບັດສິດສະເໝີພາບຍິງ-ຊາຍຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ທາດແທ້ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບ.

ປະຊາຊົນຜ່ານການສຶກສາອົບຮົມເຮັດໃຫ້ສະມາຊິກມີຄຸນທາດການເມືອງໜັກແໜ້ນ, ມີຄວາມສາມັກຄີພາຍໃນໄດ້ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ເປັນລະບົບມີການແບ່ງຂັ້ນຄຸ້ມຄອງລະຫວ່າງ ໜ່ວຍແມ່ຍິງຫ້ອງວ່າການປະຕິບັດຫຼັກການລວມສູນປະຊາ ທິປະໄຕ, ຮັກສາລະບົບໃນການຮ່ວມຊີວິດສຳຫຼວດກວດກາຄະນະສົ່ງຂ່າວເຊິ່ງກັນແລະກັນ, ສ່ອງແສງລາຍງານເປັນປົກກະຕິ ສົ່ງພະນັກງານໄປຍົກລະດັບວິຊາສະເພາະຕ່າງໆ 29 ສະຫາຍ, ຮຽນສະໜັບສະໜູນ ແລະ ກົດລະບຽບພັກ 11 ສະຫາຍ, ເລື່ອນຊັ້ນ 5 ສະຫາຍ ເລື່ອນຕຳແໜ່ງເປັນຫົວໜ້າພະແນກ 3 ສະຫາຍ, ຮອງພະແນກ 7 ສະຫາຍ, ສ້າງກອງທຶນເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນມີເງິນໝູນວຽນ 270 ລ້ານກວ່າກີບ ມີສະມາຊິກເຂົ້າຮ່ວມຝາກເງິນ 185 ສະຫາຍ, ເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ພ້ອມທັງຕີລາຄາຈັດແລ້ວປະເພດໃນນີ້ປະເພດ I ມີ 111 ສະຫາຍ, ປະເພດ II ມີ 2 ສະຫາຍ, ຄັດເລືອກໜ່ວຍໄດ້ປະເພດ I ມີ 7 ໜ່ວຍ, ຄັດເລືອກຕົວແບບດ້ານສ້າງຄອບຄົວດີມີ 7 ສະຫາຍ, ດ້ານສ້າງເສດຖະກິດຄອບຄົວມີ 3 ສະຫາຍ, ເດັ່ນດ້ານວຽກງານວິຊາສະເພາະ 7 ສະຫາຍ ພ້ອມທັງຄັດເລືອກຜົນງານ 5 ປີ ( 2015-2020 ) ຂອງອົງການຈັດຕັ້ງແມ່ຍິງ. ໃນນີ້, ໄດ້ຮັບໃບຍ້ອງຍໍຊັ້ນກະຊວງ 5 ສະຫາຍ, ຂັ້ນກົມໃຫຍ່ການເມືອງ 19 ສະຫາຍ.

ໃນຕໍ່ໜ້າ, ຈະສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກແມ່ຍິງ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດຊຳນິຊຳນານດ້ານວຽກງານວິຊາສະເພາະ, ມີຄວາມສາມັກຄີພາຍໃນ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ໃດ້ຮັບມອບໝາຍໃຫ້ມີຜົນສຳເລັດ.