ເຄິ່ງປີນີ້, ສະຫະພັນແມ່ຍິງກົມຄຸມຂັງ-ດັດສ້າງ ກະຊວງ ປກສ ສາມາດປະຕິບັດວຽກງານວິຊາສະເພາະຕາມທີ່ຂັ້ນເທິງມອບໝາຍໃຫ້ສໍາເລັດຮ້ອຍສ່ວນຮ້ອຍ ເປັນຕົ້ນແມ່ນ ໄດ້ກວດກາເຄື່ອງຍາດ ນັກໂທດ-ດັດສ້າງ 70 ກວ່າຄັ້ງ ແລະ ເຂົ້າຮ່ວມສຶກສາອົບຮົມນັກໂທດ-ດັດສ້າງ ຈໍານວນ 28 ຄັ້ງ.

ພັທ ນາງ ອ່ອນສີ ສີລາວົງ ປະທານສະຫະພັນແມ່ຍິງກົມ ກ່າວວ່າ: ໃນ 6 ເດືອນຜ່ານມາ ຄະນະສະພັນແມ່ຍິງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກແມ່ຍິງ ດ້ວຍຫຼາຍຮູບແບບ, ເຂົ້າຮ່ວມຮໍ່າຮຽນເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແມ່ຍິງລາວທົ່ວປະເທດ, ຄັ້ງທີ VII ຂອງສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະ ຫງົບ, ມູນເຊື້ອແມ່ຍິງລາວ, ແມ່ຍິງສາກົນ ແລະ ເອກະສານສໍາຄັນຕ່າງໆ ຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ຂະ ບວນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ, ພ້ອມນີ້; ຍັງໄດ້ເອົາໃຈໃສ່ຊຸກຍູ້ເອື້ອຍ-ນ້ອງ ແຕ່ລະສະຫາຍເຮັດໜ້າທີ່ວິຊາສະເພາະຂອງຕົນໃຫ້ຮັບປະກັນ ແລະ ມີຄວາມປອດໄພ 100% ເຊິ່ງສະແດງອອກຄື: ໄດ້ຮັບເອກະສານຂາເຂົ້າ 311 ສະບັບ, ຂາອອກ 1.304 ສະບັບ, ອັດ ເອ ກະສານ 3.871 ໃບ, ຮັບແຂກ 3 ຄັ້ງ, ເຂົ້າຮ່ວມສຶກສາອົບຮົມນັກໂທດ-ດັດສ້າງ 28 ຄັ້ງ, ກວດກາຫ້ອງຂັງເຮືອນຂັງ 26 ຄັ້ງ, ກວດກາ ເຄື່ອງຍາດນັກໂທດ-ດັດສ້າງ 78 ຄັ້ງ ແລະ ວຽກງານອື່ນໆ, ນອກນັ້ນຍັງໄດ້ເຂົ້າຮ່ວມສ້າງຂະບວນການດ້ານຕ່າງໆ ເປັນຕົ້ນແມ່ນຂະບວນການອອກແຮງງານ ແລະ ຂະບວນການກິລາ.

ນອກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ; ການເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ VII ແລະ ຂໍ້ຕົກລົງແບ່ງຄວາມຮັບຜິດຊອບພາຍໃນ ຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ ຊຸດທີ VII ພ້ອມທັງຮັບຟັງການຜ່ານຂໍ້ຕົກລົງວ່າດ້ວຍການມອບໃບຍ້ອງຍໍຄະນະບໍລິຫານສະຫະພັນແມ່ຍິງ ກະຊວງ ປກສ ແລະ ກົມໃຫຍ່ການເມືອງ ໃນການປະກອບວຽກງານໄລຍະ 5 ປີ ໃຫ້ສະຫະພັນແມ່ຍິງ ກົມ 515 ໃນນີ້, ຂັ້ນກະຊວງ ປກສ ຈໍານວນ 5 ສະຫາຍ ແລະ ຂັ້ນກົມໃຫຍ່ການເມືອງ ຈໍານວນ 9 ສະຫາຍ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2020 ໂດຍການເຂົ້າຮ່ວມຂອງ ພັອ ພັດສະດີ ນວນອາສາ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີບັນດາຄະນະພັກ, ຄະນະບັນຊາ, ຄະນະສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມ.