ພິທີປະກາດການແຕ່ງຕັ້ງຫົວໜ້າອຳນວຍການວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນວັນທີ 24 ກໍລະກົດ 2020, ເພື່ອປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ໃຫ້ມີປະສິດທິພາບ.

ເຂົ້າຮ່ວມໂດຍ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກ, ຄະນະອຳນວຍການ, ຄະນະຫ້ອງ, ສູນ, ຄະນະວິຊາ ພ້ອມດ້ວຍພະແນກການອ້ອມຂ້າງ ວຕປ ເຂົ້າຮ່ວມ. ພັທ ປທ ສົມພອນແກ້ວ ພູທອນ ຮອງຫົວໜ້າ ກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີສະບັບ ເລກທີ 396/ ນຍ, ລົງວັນທີ 10 ກໍລະກົດ 2020 ວ່າດ້ວຍການແຕ່ງຕັ້ງຫົວໜ້າອຳນວຍການວິທະຍາຄານຕຳຫຼວດປະຊາຊົນ ໂດຍຕົກລົງແຕ່ງຕັ້ງ ພັອ ປອ ວົງເຊໂດນ ພັນທະແກ້ວ ຮັກສາການຫົວໜ້າອຳນວຍການວິທະຍາຄານຕຳຫຼວດປະຊາຊົນ ເປັນຫົວໜ້າອຳນວຍການວິທະຍາຄານຕຳຫຼວດປະຊາຊົນ ກະຊວງ ປກສ.

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ໂອ້ລົມຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຈົ່ງສືບຕໍ່ຮັກສາໝາກຜົນ ແລະ ມູນເຊື້ອອັນດີງາມຂອງວິທະຍາຄານຕຳຫຼວດປະຊາຊົນ ໃນການພັດທະນາສະຖາບັນໃຫ້ກາຍເປັນສະຖາບັນການສຶກສາທີ່ເຂັ້ມແຂງ, ທັນສະໄໝໃຫ້ທຽບທັນ ກັບສາກົນ; ສຸມໃສ່ຊີ້ນຳ-ນຳພາພະນັກງານຄູ-ອາຈານ ຕັ້ງໜ້າສຶກສາຄົ້ນຄວ້າວິທະຍາສາດ-ປະຫວັດສາດ, ປັບປຸງຕໍາລາເຂົ້າໃນການສິດ ສອນຢູ່ ວຕປ ໃຫ້ມີຄຸນນະພາບ ແລະ ມີໝາກຜົນດີຂື້ນເລື້ອຍໆ, ຊີ້ນຳການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກໍາລັງປ້ອງກັນຄວາມສະຫງົບຕໍ່ພະນັກງານ ແລະ ນັກສຶກສາໃຫ້ເຂັ້ມງວດຂຶ້ນກວ່າເກົ່າ ຕ້ອງເຕົ້າໂຮມຄວາມສາມັກຄີເປັນເອກະພາບສູງ, ເຮັດວຽກເປັນໝູ່ຄະນະ, ຢູ່ໃນສະຖາບັນແຫ່ງນີ້ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ ເມື່ອສຳເລັດການສຶກສາແລ້ວໃຫ້ເຂົາເຈົ້ານຳເອົາບົດຮຽນທີ່ຮຽນມາໄປພັດທະນາຕົນ ເອງກໍຄືພັດທະນາກົມກອງທີ່ສັງກັດໃຫ້ໄດ້ຮັບໝາກຜົນແນໃສ່ເຮັດສຳເລັດໜ້າທີ່ວຽກງານວິຊາສະ ເພາະທີ່ການຈັດຕັ້ງຂັ້ນເທິງມອບໝາຍດ້ວຍຄວາມຮັບຜິດຊອບສູງ.