ກົມພິພິທະພັນໄກສອນພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຈັດວາງສະແດງໃນຫໍພິພິທະພັນຂຶ້ນໃນວັນທີ 27 ກໍລະກົດ 2020 ໂດຍການເປັນປະທານຂອງ ທ່ານ ໄຊຍະລາດ ພົງຍາລັກ ຮັກສາການຫົວໜ້າກົມພິພິທະພັນໄກສອນພົມວິຫານ; ມີ ທ່ານ ປອ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຜູ້ຊີ້ນໍາກົມກົມພິພິທະພັນໄກສອນພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ພ້ອມດ້ວຍນັກວິທະຍາກອນ, ນັກສໍາມະນາກອນຈາກກົມພິພິທະພັນໄກສອນພົມວິຫານອ້ອມຂ້າງສູນກາງ ແລະ 7 ແຂວງເຂົ້າຮ່ວມຈໍານວນ 70 ສະຫາຍ.

ທ່ານ ປອ ຄໍາຜາ ພິມມະສອນ ກ່າວວ່າ: ການຈັດສໍາມະນາໃນຄັ້ງນີ້ ເພື່ອໃຫ້ນັກວິຊາການພິພິທະພັນ ໂດຍສະເພາະພາກສ່ວນທີ່ຮັບຜິດຊອບການຈັດວາງສະແດງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຂົງເຂດວຽກງານດັ່ງກ່າວ. ວຽກງານຈັດວາງສະແດງພິພິທະພັນ ແມ່ນການຈັດວາງສະແດງວັດຖຸພັນ (ລວມທັງວັດຖຸພັນ ຮູບກ້ອນ, ຮູບພາບ, ເອກະສານ…) ໂດຍມີການສັບຊ້ອນໄປຕາມຫົວຂໍ້, ຕາມລໍາດັບ ເຊິ່ງມີການປະສົມປະສານກັບວຽກງານວິຈິດສິນຢ່າງກົມກຽວຢູ່ໃນສະຖານທີ່ໃດຫນຶ່ງທີ່ແນ່ນອນແນ່ໃສ່ເຜີຍແຜ່ຫມາກຜົນຂອງການຄົ້ນຄວ້າວິທະຍາສາດ, ຂໍ້ມູນຂ່າວສານທາງດ້ານວັດທະນະທໍາ-ສັງຄົມ ໃຫ້ແກ່ມະຫາຊົນ.

ອີງຕາມຫຼັກທິດສະດີຂອງການຈັດວາງສະແດງແລ້ວຖ້າຢາກໃຫ້ການຈັດວາງສະແດງໄດ້ຮັບຜົນດີພວກເຮົາຕ້ອງປະສານສົມທົບ 4 ປັດໃຈ ຢ່າງກົມກຽວຄື: ເນື້ອໃນວິທະຍາສາດ, ວິຈິດສິນ, ສະຖາປັດຕະຍະກໍາ ແລະ ເຕັກນິກ ທັງ 4 ປັດໃຈຄື: ປັດໃຈເນື້ອໃນວິທະຍາສາດເປັນປັດໃຈສໍາຄັນຕົ້ນຕໍ ແລະ ຕັດສິນຊີ້ຂາດຂອງວຽກງານຈັດວາງສະແດງພິພິທະພັນ, ປັດໃຈດັ່ງກ່າວບໍ່ສະເພາະແຕ່ຕັດສິນຄຸນຄ່າທາງດ້ານວິທະຍາສາດຂອງມັນເອງເທົ່ານັ້ນ, ມັນຍັງຕັດສິນລະບົບຄວາມຄິດ, ຂອບເຂດ, ວິທີແກ້ໄຂດ້ານສະຖາປັດຕະຍະກໍາ ແລະ ຄວາມອາດສາມາດນໍາໃຊ້ເຕັກນິກເຂົ້າໃນການຈັດວາງສະແດງນໍາອີກ. ຍ້ອນແນວນັ້ນ, ການປະສານສົມທົບກັນຢ່າງກົມກຽວ ແລະ ໄວເທົ່າໃດກໍ່ຍິ່ງຮັບປະກັນຜົນສໍາເລັດໃຫ້ແກ່ວຽກງານຈັດວາງສະແດງຫຼາຍເທົ່ານັ້ນ.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ປ່ຽນຄໍາເຫັນກ່ຽວກັບບັນຫາ; ປະສົບການ ແລະ ບົດຮຽນໃນການກະກຽມສ້າງຫໍພິພິທະພັນ ແລະ ບາດກ້າວກະກຽມເອກະສານທາງດ້ານນິຕິກຳໃຫ້ແກ່ການສ້າງຫໍພິພິທະພັນ; ການກະກຽມເນື້ອໃນ ແລະ ເອກະສານຕ່າງໆໃຫ້ແກ່ການຈັດ ວາງສະແດງ, ການເລືອກເຟັ້ນວັດຖຸພັນ ແລະ ການສ້າງ (​ກຳນົດ)ວັດຖຸພັນລະຫວ່າງກາງເພື່ອຈັດວາງສະແດງ; ການວາງສະແດງຍຸກໃໝ່ໃນຫໍພິພິທະພັນ. ສໍາລັບການສໍາມະນາແມ່ນຈະດໍາເນີນໄປເປັນເວລາ 2 ວັນຈຶ່ງຈະສໍາເລັດ.