ພິທີປະກາດແຕ່ງຕັ້ງຫົວໜ້າ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດ 2020, ເຂົ້າຮ່ວມມີ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ, ມີຫົວໜ້າ-ຮອງກອງບັນຊາການ, ຄະນະກອງບັນຊາການ, ກົມຈັດຕັ້ງພະນັກ ງານ, ຫົວໜ້າ-ຮອງຫ້ອງ, ພະແນກ, ໂຮງຮຽນ, ກອງຮ້ອຍ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ເກໄຊ ລໍວັນຮຽນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ຜ່ານດໍາລັດຂອງ ນາຍົກລັດຖະມົນຕີ ວ່າ: ດ້ວຍການແຕ່ງຕັ້ງຫົວໜ້າ ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຢູ່ ກະຊວງ ປກສ, ອີງຕາມກົດໝາຍ ວ່າດ້ວຍລັດຖະບານ ແຫ່ງ ສປປ ລາວ ສະບັບເລກທີ 04/ສພຊ, ລົງວັນທີ 8 ພະຈິກ 2016 ແລະ ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 157/ຄຈສພ, ລົງວັນທີ 26 ມິຖຸນາ 2020, ນາຍົກລັດຖະມົນຕີ ຈຶ່ງອອກດໍາລັດ ແຕ່ງຕັ້ງ ພັອ ສົມພົງ ຂໍາວິລຸນ ເປັນຫົວໜ້າກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ.

ໃນພິທີ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ກອງບັນຊາການປ້ອງກັນສູນກາງ ເວົ້າລວມ ເວົ້າສະເພາະ
ແມ່ນຄະນະກອງບັນຊາການ, ພະນັກງານ-ນັກຮົບ ທີ່ພ້ອມກັນຍາດໄດ້ຜົນງານອັນໃຫຍ່ຫຼວງໃນໄລຍະຜ່ານມາ. ການແຕ່ງຕັ້ງຫົວໜ້າກອງບັນຊາການປ້ອງກັນສູນກາງຄັ້ງນີ້, ແມ່ນຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ແລະ ເປັນກົດເກນພາວະວິໄສ, ແມ່ນລະບຽບຫຼັກການຂອງພັກ ເພື່ອປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ສາ ມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງຂອງພັກ, ການຊີ້ນໍາຂອງຂັ້ນເທິງ, ເປັນການປັບປຸງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ມີແບບແຜນທັນສະໄໝ ເພື່ອຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ ກໍຄືການປ້ອງກັນການ ນໍາພັກ-ລັດ ໃຫ້ມີຄວາມປອດໄພ ໂດຍພື້ນຖານ. ສະນັ້ນ, ຜູ້ທີ່ໄດ້ຮັບການແຕ່ງຕັ້ງຮັບໜ້າທີ່ໃໝ່ຄັ້ງນີ້ຈົ່ງສືບຕໍ່ຮັກສາມູນເຊື້ອອັນດີງາມ, ຄວາມສາມັກຄີ ແລະ ຜົນສໍາເລັດນີ້ໄວ້ຕະຫຼອດໄປ.