ໃນວັນທີ 27 ກໍລະກົດ 2020, ກົມໃຫຍ່ການເມືອງ ແລະ ກົມຄຸ້ມຂັງ-ດັດສ້າງ ກະຊວງ ປກສ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມສ້າງຂະບວນການກິລາ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ທີ່ຈະຈັດຂຶ້ນໃນມໍ່ໆນີ້, ໂດຍມີ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າ ກົມໃຫຍ່ການເມືອງ ແລະ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸ້ມຂັງ-ດັດສ້າງ ກະຊວງ ປກສ, ມີຫົວໜ້າກົມກິລາ, ຫ້ອງການ, ຄ້າຍ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ການປຶກສາຫາລື ຄັ້ງນີ້, ທັງ 2 ກົມໄດ້ພ້ອມກັນປືກສາຫາລື ໃນວຽກງານຕ່າງໆທີ່ຈະກະກຽມ ໃນການສ້າງຂະບວນການແຂ່ງຂັນກິລາຄັ້ງນີ້ໃຫ້ເປັນຂະບວນການຟົດຟື້ນ ເປັນຕົ້ນ ປະເພດກິລາ, ປະເພດລາງວັນ, ສະຖານທີ່ແຂ່ງຂັນ, ງົບປະມານ, ກໍານົດເວລາໃນການແຂ່ງຂັນ, ເຊີນພາກສ່ວນຕ່າງໆ ເຂົ້າຮ່ວມ ໃຫ້ເປັນເອກະພາບກັນ ເພື່ອຈະໄດ້ສ້າງເປັນຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຢ່າງລະອຽດ ໃນການຈັດງານ ສໍາລັບການສ້າງຂະບວນການແຂ່ງຂັນ ແມ່ນຈະໄດ້ຈັດຂຶ້ນໃນກາງເດືອນສິງຫາ 2020.