ໃນ 6 ເດືອນຕົ້ນປີ 2020, ແຂວງສະຫວັນນະເຂດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 329 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 271 ຄັນ, ສົມຄວນ 280 ຄັນ, ໃຊ້ການບໍ່ໄດ້ 16 ຄັນ. ໃນນີ້, ຄົນໄດ້ຮັບບາດເຈັບເລັກໜ້ອຍ 213 ຄົນ, ສົມຄວນ 209 ຄົນ, ສາຫັດ 75 ຄົນ ແລະ ເສຍຊີວິດ 57 ຄົນ ຍິງ 10 ຄົນ. ພົ້ນເດັ່ນແມ່ນອຸບັດຕິເຫດຢູ່ນະຄອນໄກສອນ, ເມືອງເຊໂປນ, ອາດສະພັງທອງ ແລະ ອຸທຸມພອນ.
ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນ ປີ 2020 ສະພາບການສັນຈອນບົນທ້ອງຖະໜົນພາຍໃນແຂວງ ພາຫະນະມີທ່າອ່ຽງເພີ່ມຂຶ້ນໃນໂມງເລັ່ງດ່ວນຢູ່ຕາມເສັ້ນທາງ 3 ແຍກ, 4 ແຍກ, ທາງວົງວຽນ, ໄຟອໍານາດ ໜ້າສໍານັກງານອົງການຈັດຕັ້ງ, ຕະຫຼອດຮອດໜ້າຊຸມຊົນ ແລະ ຕະຫຼາດຕ່າງໆ ພາຫະນະແອອັດເຮັດໃຫ້ການໄປ-ມາບໍ່ສະດວກ, ພ້ອມນັ້ນ, ຜູ້ໃຊ້ລົດ-ໃຊ້ຖະໜົນຈໍານວນໜຶ່ງ ສະຕິຕໍ່ການປະຕິບັດກົດລະບຽບບໍ່ຍັງສູງມີການຈອດລົດຊະຊາຍ, ກີດກວາງການສັນຈອນ, ດື່ມສິ່ງມຶນເມົາແລ້ວຂັບຂີ່ ແລະ ອື່ນໆ.

ເຊິ່ງໃນການແກ້ໄຂບັນຫາດັ່ງກ່າວນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ສຸມໃສ່ເຮັດໜ້າທີ່ແກ້ໄຂບັນຫາການສັນຈອນທີ່ແອອັດໃນໂມງໄປການ-ເລີກການ, ຕາມສະຖານທີ່ຕ່າງໆພາຍໃນແຂວງ ເພື່ີອຮັບປະກັນການສັນຈອນໃຫ້ມີຄວາມສະດວກສະບາຍ ແລະ ເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ. ໂດຍຈັດຕັ້ງອ້າຍນ້ອງເຮັດໜ້າທີ່ຢ່າງຕັ້ງໜ້າອໍານວຍຄວາມສະດວກຕາມທາງແຍກ, ທາງວົງວຽນ, ຕະຫຼາດຊຸມຊົນ ແລະ ອື່ນໆ. ພ້ອມນັ້ນ ກໍຍັງສຸມໃສ່ການແກ້ໄຂອຸບັດຕິເຫດໂດຍບັງຄັບໃຊ້ກົດໝາຍ ແລະ ລະບຽບການຕ່າງໆ ທີ່ວາງອອກ. ພ້ອມທັງເຄື່ອນໄຫວໂຄສະນາກ່ຽວກັບກົດລະບຽບຈະລາຈອນ ສໍານັກງານອົງການ, ສະຖາບັນການສຶກສາຕ່າງໆ ເພື່ອເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດລະບຽບຈະລາຈອນທີ່ວາງອອກໃຫ້ໄດ້ເປັນຢ່າງດີ. ນອກນັ້ນ, ມີການຈັດຕັ້ງເວນຍາມຕາມປ້ອມໃຫຍ່, ປ້ອມນ້ອຍ ແລະ ເຮັດວຽກງານປ້ອງກັນແຂກທັງພາຍໃນ, ແຂກຕ່າງປະເທດ ແລະ ປ້ອງກັນກອງປະຊຸມ, ປ້ອງກັນງານຕ່າງໆເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.

ເຖິງສຸມໃສ່ໃນການເຮັດໜ້າທີ່ປານໃດກໍຕາມ ເນື່ອງຈາກວ່າຜູ້ຂັບຂີ່ສ່ວນໃຫຍ່ຂາດຄວາມເປັນເຈົ້າໃນການປະຕິບັດກົດລະບຽບ ແລະ ລະເມີດຂໍ້ຫ້າມທີ່ໄດ້ກໍານົດໄວ້ຈຶ່ງເຮັດໃຫ້ມີອຸບັດຕິເຫດ ແລະ ຜູ້ເສຍຊີວິດ ຈໍານວນ 57 ຄົນ. ໃນນີ້, ຄົນຂັບຂີ່ເສຍຊີວິດ 40 ຄົນ ຍິງ 3 ຄົນ, ຄົນໂດຍສານ ເສຍຊີວິດ 9 ຄົນ ຍິງ 3 ຄົນ ແລະ ຄົນຍ່າງ ເສຍຊີ ວິດ 8 ຄົນ ຍິງ 4 ຄົນ. ເກີດຈາກລົດຈັກຕໍາລົດຍົນ, ລົດຈັກຕໍາລົຈັກ, ລົດຍົນຕໍາລົດຍົນ, ລົດຍົນປິ້ນເອງ, ລົດຈັກລົ້ມເອງ, ລົດໄຖານາຕໍາລົດຈັກ, ລົດຈັກຕໍາລົດໄຖນາ, ລົດຍົນຕໍາຄົນຍ່າງ, ລົດຍົນຕໍາສັດລ້ຽງ… ອຸບັດຕິເຫດໃນຄັ້ງນີ້ພາຫະນະເຕັກນິກດີ 345 ຄັນ, ບໍ່ດີ 81 ຄັນ, ມີໃບຂັບຂີ່ 158 ຄົນ, ບໍ່ມີ 399 ຄົນ, ມີໝວກກັນກະທົບ 12 ຄົນ ແລະ ບໍ່ມີ 306 ຄົນ. ດ້ວຍຮູບການລະເມີດດື່ມເຫຼົ້າ 47 ກໍລະນີ, ແລ່ນລົດໄວ 100 ກໍລະນີ, ກິນທາງ 45 ກໍລະນີ, ບໍ່ປ່ອຍສິດ 49 ກໍລະນີ, ປ່ຽນທິດທາງ 45 ກໍລະນີ, ບໍ່ຮັກສາໄລຍະຫ່າງ 23 ກໍລະນີ ແລະ ອື່ນໆ.

ໃນ 6 ເດືອນທ້າຍປີ, ສະພາບການສັນຈອນພາຍໃນແຂວງຍັງຈະສືບຕໍ່ມີຄວາມສັບສົນ ເພາະຈະມີການຈັດງານບຸນປະເພນີທີ່ສໍາຄັນເກີດຂຶ້ນ ຄຽງຄູ່ກັນນັ້ນ ຜູ້ຂັບຂີ່ຈໍານວນໜຶ່ງຍັງຈະມີການລະເມີດກົດລະບຽບຈະລາຈອນ, ຈອດລົດຊະຊາຍ, ລ່ວງໄຟແດງ, ປ້າຍຫ້າມ ແລະ ຮ້າຍແຮງຈະມີຜູ້ຂັບຂີ່ດື່ມສິ່ງມຶນເມົາຂັບຂີ່, ຂັບຂີ່ລົດໄວທີ່ເປັນສາເຫດຂອງການເກີດອຸບັດຕິເຫດ, ໃນການຮັບມືຕໍ່ກັບສະພາບທີ່ຈະເກີດຂຶ້ນນັ້ນ ຕໍາ ຫຼວດຈະລາຈອນ ປກສ ແຂວງສະຫວັນນະເຂດ ກໍມີແຜນຢ່າງລະອຽດໃນການເຮັດໜ້າທີ່ ໂດຍຈະເພີ່ມທະວີເອົາໃຈໃສ່ການການສະກັດກັ້ນ ແລະ ຫຼຸດຜ່ອນການເກີດອຸບັດຕິເຫດຕາມທ້ອງຖະໜົນໃຫ້ຫຼຸດລົງ, ໂດຍຕັ້ງໜ້າໂຄສະນາເຜີຍ ແຜ່ລະບຽບການສັນຈອນໃຫ້ທົ່ວເຖິງ. ນອກ ນັ້ນ, ສຸມໃສ່ຈັດສັນ, ການສັນຈອນບ່ອນທີ່ມີຄວາມແອອັດ, ສັບສົນ. ຈັດຕັ້ງກໍາລັງປະຈໍາຈຸດປະຈໍາປ້ອມເຮັດໜ້າທີ່ຄອຍເຫດ ພ້ອມທັງບັງ ຄັບໃຊ້ກົດໝາຍຕໍ່ຜູ້ທີ່ລະເມີດ.