ຈໍາເລີຍຊື່ ທ້າວ ໄຊຊະນະ ຖືກສານຕັດສິນໃນສະຖານລັກຊັບ (ງັດແງະ) ເປັນຄັ້ງທີ 2 ເປັນເວລາ 1 ປີ 6 ເດືອນ ປັບໃໝ 4.000.000 ກີບ ພ້ອມທັງໃຊ້ແທນຄ່າເສຍຫາຍຄືນໃຫ້ກັບໂຈດທາງແພ່ງ, ເຊິ່ງຖືກສານຕັດສິນ ໃນວັນທີ 16 ກໍລະກົດ 2020. ໃນໄລຍະທີ່ຜ່ານມາ, ຈຳເລີຍເຄີຍຖືກສານຕັດສິນມາແລ້ວໃນຂໍ້ຫາເດີມ.

ທ້າວ ໄຊຊະນະ ອາຍຸ 41 ປີ ຢູ່ບ້ານໂນນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໃນສໍານວນຄະດີອາຍາຂັ້ນຕົ້ນ ເລກທີ 1706/ອຍກ.ນວ ໄດ້ບັນທຶກການກັກຕົວຈຳເລີຍມາດຳເນີນຄະດີ ໃນວັນທີ 25 ມິຖຸນາ 2019, ພາຍຫຼັງໂຈດທາງເເພ່ງຊື່ ນາງ ສຸພັນສາ ອາຍຸ 22 ປີ ຢູ່ບ້ານໂນນສະຫວ່າງ ໄດ້ແຈ້ງຄວາມຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ: ວັນທີ 22 ມິຖຸນາ 2019 ມີຄົນຮ້າຍບໍ່ຊາບຈຳນວນ ງັດເພດານຮ້ານ ເຂົ້າໄປລັກເອົາ ຕູ້ລຳໂພງ, ກະເປົາເງິນ 3 ໜ່ວຍ ແລະ ພຣະພຸດທະຮູບນ້ອຍ 3 ອົງ, ເມື່ອເຈົ້າໜ້າທີ່ລົງເກັບກຳຂໍ້ມູນຕ່າງໆ ຈົນສາມາດຄັດຈ້ອນເປົ້າໝາຍທີ່ກະທຳຜິດໄດ້, ມາວັນທີ 25 ມິຖຸນາ ຈຶ່ງສາມາດກັກຕົວ ທ້າວ ໄຊຊະນະ ມາສອບສວນ.

ທ້າວ ໄຊຊະນະ ຮັບສາລພະພາບ ວ່າ: ໃນວັນທີ 22 ມິຖຸນາ ໄດ້ຍ່າງໄປຊອກໝູ່ຢູ່ບໍລິເວນແຖວວັດອົງຕື້, ແຕ່ບໍ່ເຫັນໝູ່ຈັກຄົນ ເມື່ອເຫັນຮ້ານອາຫານຊື່ເບໂນ່ນີກາເຟ ເປັນຮ້ານ 3 ຊັ້ນ ແລະ ບໍ່ມີຄົນຍາມ ຕົນຈຶ່ງເກີດແນວຄິດຢາກໄດ້ຊັບໃນຮ້ານໄປຂາຍ, ໄດ້ຍ່າງເລາະເຂົ້າໄປທາງຫຼັງຮ້ານ ປີນຂຶ້ນຊັ້ນ 3, ມ້າງ ແລະ ງັດເພດານເຂົ້າໄປໃນຮ້ານ ລັກໄດ້ຕູ້ລໍາໂພງນ້ອຍ 1 ເຄື່ອງ, ກະເປົາເງິນໃໝ່ສີດຳ 3 ໜ່ວຍ, ພະພຸດທະຮູບນ້ອຍ 3 ອົງ ແລ້ວ ປີນກັບອອກມາ.

ເມື່ອລັກໄດ້ແລ້ວ ໄດ້ເອົາໄປເລາະຂາຍໃຫ້ກັບຮ້ານຂາຍເຄື່ອງທົ່ວໄປຢູ່ເຂດແຄມຂອງແຕ່ບໍ່ມີຜູ້ຊື້ ຈາກນັ້ນ ໄດ້ເອົາກະເປົາ ແລະ ພຣະພຸດທະ ຮູບ, ໄປຂາຍໃຫ້ແມ່ຄ້າຢູ່ຕໍ່ໜ້າຄິວລົດເມຕະຫຼາດເຊົ້າ (ບໍ່ຮູ້ຊື່) ໄດ້ເງິນ 170.000 ກີບ, ມາວັນທີ 24 ມິຖຸນາ ເຈົ້າໜ້າທີ່ ໄດ້ຈັບຕົວມາດໍາເນີນຄະດີ.

ການກະທຳຂອງ ທ້າວ ໄຊຊະນະ ໄດ້ກະທຳຜິດປະມວນກົດໝາຍອາຍາ ມາດຕາ 21, 231 ວັກ 2, ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບປັບປຸງ ປີ 2017 ມາດຕາ 152 ຂໍ້ 5, 154 ແລະ 156 ແລະ ກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ເເລະ ນອກສັນຍາ ຕາມ ມາດຕາ 83.

ຈາກຂໍ້ມູນ ແລະ ຫຼັກຖານທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າການກະທໍາ ຂອງ ທ້າວ ໄຊຊະນະ ເປັນການກະທໍາ ຜິດອາຍາໃນສະຖານໂທສານຸໂທດ ຂໍ້ຫາການລັກຊັບ (ດ້ວຍການງັດແງະ) ທີ່ແຕະຕ້ອງເຖິງກໍາມະສິດຂອງບຸກຄົນອື່ນ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ, ເປັນການກະທໍາຜິດໂດຍ ເຈດຕະນາ ເນື່ອງຈາກວ່າມີຄວາມຈົງໃຈລັກຊັບຂອງບຸກຄົນອື່ນມາເປັນຂອງຕົນດ້ວຍການງັດແງະ ເພາະຈຳເລີຍເປັນບຸກຄົນທີ່ມີສຳປັດຊັນຍະສົມບູນ ແລະ ເຖິງກະສຽນອາຍຸທາງອາຍາ.

ນອກນີ້, ທ້າວ ໄຊຊະນະ ເຄີຍຖືກສານຕັດສິນລົງໂທດຕັດອິດສະຫຼະພາບ 3 ປີ ໃນປີ 2018 ຂໍ້ກ່າວຫາ: ການລັກຊັບຂອງພົນລະເມືອງ (ດ້ວຍການງັດແງະ) ເມື່ອພົ້ນໂທດອອກມາແລ້ວຍັງໄດ້ເຄື່ອນໄຫວກະທໍາຜິດຄັ້ງໃໝ່ ໂດຍບໍ່ເຂັດຫຼາບ, ສຳລັບຂອງກາງຄະດີທີ່ທາງເຈົ້າໜ້າທີ່ ສາມາດເກັບກູ້ໄດ້ແມ່ນມີພຽງຕູ້ລໍາໂພງນ້ອຍ ແລະ ໄດ້ສົ່ງຄືນໃຫ້ແກ່ເຈົ້າເດີມແລ້ວ, ສ່ວນກະເປົາເງິນ ຈໍານວນ 3 ໜ່ວຍ ແລະ ພຣະພຸດທະຮູບນ້ອຍ 3 ອົງ ແມ່ນບໍ່ສາມາດເກັບກູ້ຄືນມາໄດ້ ເພາະວ່າບໍ່ຮູ້ຊື່ ແລະ ທີ່ຢູ່ຂອງຜູ້ຊື້.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຄົບຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ຈຶ່ງຕັດສິນ ລົງໂທດທ້າວ ໄຊຊະນະ ເປັນເວລາ 1 ປີ 6 ເດືອນ ປັບໃໝ 4.000.000 ກີບ ພ້ອມທັງໃຫ້ ທ້າວ ໄຊຊະນະ ໃຊ້ແທນຂອງກາງທີ່ບໍ່ສາມາດເກັບກູ້ໄດ້ຄືນໃຫ້ ໂຈດທາງແພ່ງ.