ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈໍາປາສັກ ຮ່ວມກັບ ປກສ ນະຄອນປາກເຊ ປິດລ້ອມເຮືອນພັກຈັບຜູ້ຂາຍຢາເສບຕິດຢູ່ເຂດບ້ານໂພນສະອາດ ສາມາດຈັບຜູ້ຖືກຫາໄດ້ 2 ຄົນ ແລະ ຄົ້ນລົດກະບະໂຕໂຍຕ້າຣີໂວ ພົບຂອງກາງ ຢາບ້າ 159.800 ເມັດ.

ໃນວັນທີ 18 ກໍລະກົດ 2020, ເວລາ 9:00 ໂມງ ເຈົ້າໜ້າທີ່ວິຊາສະເພາະໄດ້ສືບຮູ້ການເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຮືອນພັກແຫ່ງໜຶ່ງ ເຂດບ້ານໂພນສະອາດ ນະຄອນປາກເຊ ແຂວງຈຳປາສັກ. ຈາກນັ້ນ; ກໍໄດ້ມີການປະສານງານກັບ ປກສ ນະຄອນປາກເຊ ອຳນາດການປົກຄອງບ້ານ ປິດລ້ອມເຮືອນພັກ ຈັບຜູ້ຖືກຄ້າຂາຍຢາບ້າ 2 ຄົນ ຄື: ທ້າວ ສຸລີນ ອາຍຸ 30 ປີ ບ້ານຫຼັກ 7 ແລະ ທ້າວ ບຸນເລີດ ອາຍຸ 33 ປີ ຢູ່ບ້ານໂພນທອງ ທັງ 2 ບ້ານຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ກວດຄົ້ນລົດຣີໂວ ໝາຍເລກທະບຽນ ວວ 1689 ກຳແພງນະຄອນ ພົບຢາບ້າ 159.800 ເມັດ. ພ້ອມທັງຢຶດພາຫະນະ ແລະ ໂທລະສັບ ທີ່ນໍາໃຊ້ເຂົ້າໃນການຄ້າຂາຍຢາເສບຕິດໄວ້ດໍາເນີນຄະດີ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນວັນທີ 21 ກໍລະກົດ 2020, ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ຈຳປາສັກ ໄດ້ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ ຈໍານວນ 20 ຄົນ ຍິງ 1 ຄົນ ໂດຍໃຫ້ກຽດສຶກສາອົບຮົມຂອງ ພັທ ດໍເດດແກ້ວ ສິດທິເດດເດດດາວັນ ຮອງຫົວໜ້າກອງບັນຊາ ການ ປກສ ນະຄອນປາກເຊ ພ້ອມດ້ວຍຄະນະ.