ກະຊວງ ປກສ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ລະດົມຄວາມຄິດເຫັນໃສ່ຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ປກສ ໃນວັນທີ 29 ກໍລະກົດ 2020 ເປັນປະທານໂດຍ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ, ມີຮອງລັດຖະມົນຕີ, ຄະນະພັກກະຊວງ, ຄະນະກົມ, ກອງບັນຊາການ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.

ໃນກອງປະຊຸມຕາງໜ້າອານຸກໍາມະການດ້ານເນື້ອໃນໄດ້ລາຍງານໂດຍສັງເຂບກ່ຽວກັບຮ່າງບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາຂອງຄະນະພັກ ເພື່ອພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ຮ່າງລາຍງານດັ່ງກ່າວໃຫ້ຮັບປະກັນທາງດ້ານເນື້ອໃນໃຫ້ອຸດົມສົມບູນ, ຖືກຕ້ອງຕາມຄວາມເປັນຈິງ, ພາວະວິໄສເລິກເຊິ່ງ ແລະ ສ່ອງແສງເຖິງການນຳພາຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ ແລະ ເຊື່ອມຊຶມເລິກເຊິ່ງຕໍ່ເນື້ອໃນຮ່າງລາຍງານການເມືອງທັງສອງພາກ ກໍຄືພາກຕີລາຄາການນຳພາ ແລະ ພາກທິດທາງໃນຕໍ່ໜ້າ, ແນໃສ່ສ້າງຄວາມເປັນເອກະພາບຕໍ່ການຕີລາຄາການນໍາພາຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ IV ທິດທາງແຜນການໃນຕໍ່ໜ້າ ເພື່ອເປັນພື້ນຖານໃຫ້ແກ່ຄະນະພັກກະຊວງຊຸດໃໝ່ໃນການນຳພາແກ້ໄຂວຽກງານດ້ານຕ່າງໆຢ່າງຖືກຕ້ອງຕາມ ແນວທາງນະໂຍບາຍຂອງພັກ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດເຫັນໃສ່ຮ່າງບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາຂອງຄະນະພັກ ເປັນຕົ້ນແມ່ນປະກອບຄໍາຄິດເຫັນໃສ່ບາງຄໍາສັບທີ່ບໍ່ຖືກຕ້ອງ ແລະ ບໍ່ຊັດເຈນໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ.