ໃນໄລຍະ 6 ເດືອນຕົ້ນປີ 2020 ຜ່ານມາ, ສະຫະພັນແມ່ຍິງກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ເອົາໃຈໃສ່ຊຸກຍູ້ສະມາຊິກແຕ່ລະສະຫາຍເຮັດໜ້າທີ່ວິຊາສະເພາະປ້ອງກັນການນໍາ; ແຂກ ແລະ ການປຸງແຕ່ງອາຫານຮັບໃຊ້ການນໍາ ມີຄວາມປອດໄພ 100%.

ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ຈັດຂຶ້ນໃນວັນທີ 24 ກໍລະກົດນີ້, ໂດຍການເປັນປະທານ ຂອງ ພັທ ນາງ ພອນແກ້ວ ວົງສາຍຄຳ ປະທານສະຫະພັນແມ່ຍິງ ກອງບັນຊາການປ້ອງກັນສູນກາງ ມີ ພັອ ຄຳເກື່ອງ ຜິວວັນນາ ຮອງຫົວໜ້າ ກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະບັນຊາ, ຄະນະສະຫະພັນແມ່ຍິງ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມ.

ພັທ ນາງ ວົງເດືອນ ບຸນທະວົງຄຳ ຮອງປະທານສະຫະພັນແມ່ຍິງ ກ່າວວ່າ: ຜ່ານມາຄະນະສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກແມ່ຍິງດ້ວຍຫຼາຍຮູບແບບ, ຫຼາຍເນື້ອໃນເປັນຕົ້ນການເຂົ້າຮ່ວມເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ, ມູນເຊື້ອຂອງຊາດ, ຂອງພັກ ແລະ ເອກະສານສຳຄັນອື່ນໆ ຕິດພັນກັບວຽກງານວິຊາສະເພາະ ແລະ ຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ເອົາໃຈໃສ່ຊຸກຍູ້ເອື້ອຍ-ນ້ອງແຕ່ລະສະຫາຍເຮັດໜ້າທີ່ວິຊາສະເພາະຂອງຕົນໃຫ້ຮັບປະກັນ ແລະ ມີຄວາມປອດໄພ 100% ສະແດງອອກປ້ອງກັນປະຈຳທີ່ 1.688 ເທື່ອຄົນ; ປ້ອງກັນແຂກຂັ້ນສູງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ 8 ຄັ້ງ, ປ້ອງກັນກອງປະຊຸມ ແລະ ງານສຳຄັນຕ່າງໆ 4 ຄັ້ງ. ນອກນັ້ນ, ຍັງໄດ້ສ້າງຂະບວນການຕ່າງໆເປັນຕົ້ນ ແມ່ນຂະບວນການອອກແຮງງານ ແລະ ຂະບວນການກິລາປະເພດຕ່າງໆ.

ໃນກອງປະຊຸມຍັງໄດ້ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ໂດຍ ພັອ ຄຳເກື່ອງ ຜິວວັນນາ ເພື່ອໃຫ້ເອື້ອຍນ້ອງແມ່ຍິງເຫັນໄດ້ມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງແມ່ຍິງລາວ ເພື່ອແນ່ໃສ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມເຂົ້າໃນການປະຕິບັດໜ້າທີ່, ການດຳລົງຊີວິດ ກໍຄືການປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ພ້ອມນີ້ຍັງໄດ້ເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ກະຊວງປ້ອງກັນຄວາມສະຫົງບ ຄັ້ງທີ II ແລະ ຂໍ້ຕົກລົງແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງຊຸດ ທີ VII.