ລັດວິສາຫະກິດການບິນລາວໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກຮາກຖານຂຶ້ນວັນ ທີ 28 ກໍລະກົດນີ້, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ບຸນຈັນ ສິນທະວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີແຂກຖືກເຊີນ, ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ.

ສະຫາຍ ທຸມ ຄຳພານິດ ເລຂາຄະນະພັກຮາກຖານ ລັດວິສາຫະກິດການບິນລາວ ຍົກໃຫ້ເຫັນວ່າ: ຄະນະພັກໄດ້ເອົາໃຈໃສ່ເຮັດວຽກງານ ການເມືອງ-ແນວຄິດໃຫ້ກັບສະມາຊິກພັກ, ພະນັກງານດ້ວຍຫຼາຍຮູບແບບ, ເຜີຍແຜ່ບັນດາເອກະສານສຳຄັນຕ່າງໆຂອງພັກ, ກົດໝາຍຂອງລັດ, ລະບຽບການພາຍໃນເພື່ອເຮັດໃຫ້ສະມາຊິກພັກມີຄວາມເຊື່ອໝັ້ນ, ມີຄວາມອຸ່ນອຽນ, ມີຄວາມຮັບຜິດຊອບສູງ, ມີຄວາມບຸກບືນ ຫ້າວຫັນເປັນກ້າວໆ.

ໃນໄລຍະ 5 ປີຜ່ານມາ, ໄດ້ດຳເນີນທຸລະກິດສຳເລັດຫຼາຍດ້ານ ມີຄວາມເຕີບໃຫຍ່ຕາມຈັງຫວະຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ພາຍໃນປະເທດ ແລະ ການບໍລິການຂົນສົ່ງທາງອາກາດມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີມີຈຳນວນຖ້ຽວບິນປະຕິບັດໄດ້ທັງໝົດ 79.186 ຖ້ຽວ, ຂົນສົ່ງຜູ້ໂດຍສານໄດ້ 4.716.829 ຄົນ, ສ້າງລາຍຮັບໄດ້ທັງໝົດ 4.951 ຕື້ກີບ, ລວມລາຍຈ່າຍທັງໝົດ 6.360 ຕື້ກີບ (ຫຼຸບທຶນ 1.408 ຕື້ກີບ), ມອບພັນທະໃຫ້ລັດ 105 ຕື້ກີບ ທຽບໃສ່ສະໄໝກອງປະຊຸມຜ່ານມາ ຫຼຸດລົງ 7,39%. ກອງປະຊຸມຍັງໄດ້ເປັນເອກະພາບປ່ອນບັດເລືອກເອົາ ສະຫາຍ ທຸມ ຄຳພານິດ ເປັນເລຂາ, ສະຫາຍ ຄຳຫຼ້າ ພົມມະວັນ ເປັນຮອງເລຂາ, ສະຫາຍ ສິດທິເດດ ດວງສິດທິ ເປັນປະທານກວດກາ ແລະ 4 ສະຫາຍ ເປັນຄະນະ


ໂອກາດດຽວກັນນີ້, ທ່ານ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊົມເຊີຍຜົນງານທີ່ຍາດມາໄດ້ຫຼາຍດ້ານຄຽງຄູ່ກັນນັ້ນຕ້ອງສຶກ ສາອົບຮົມການເມືອງ-ແນວຄິດ ໂດຍສະເພາະແມ່ນການດໍາເນີນຊີວິດພັກ, ການຈັດຕັ້ງຜັນຂະຫຍາຍມະຕິຄໍາສັ່ງ-ລະບຽບ-ກົດໝາຍໃຫ້ທັນ ກັບສະພາບການ ແລະ ແກ້ໄຂບັນຫາຂໍ້ຄົງຄ້າງໃຫ້ຕົກໄປເທື່ອລະກ້າວ, ປັບປຸງການຈັດຕັ້ງພັກໃຫ້ຮັບປະກັນດ້ານປະລິມານ ແລະ ຄຸນນະພາບ, ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ, ຖືເອົາການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ຊອກໃຫ້ເຫັນວຽກດີຄົນເດັ່ນໃຫ້ໄດ້, ເພີ່ມທະວີລະບອບແບບແຜນວິທີນໍາພາ ໂດຍຖືເອົາຫຼັກການລວມສູນປະຊາທິປະໄຕຂອງພັກ ມີການປຶກສາຫາລືເປັນໝູ່ຄະນະ,ຍົກສູງຄວາມຮູ້ຄວາມສາມາດເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານກໍາມະກອນ, ປະຕິບັດນະໂຍບາຍສະຫວັດດີການສັງຄົມຕໍ່ສະມາຊິກພັກ, ພະນັກງານໃຫ້ສະໝໍ່າສະເໜີ.