ໃນວັນທີ 25 ກໍລະກົດ 2020, ເຈົ້າໜ້າທີ່ພະແນກຕໍາຫຼວດເສດຖະກິດ ປກສ ແຂວງວຽງຈັນ ສົມທົບ ກັບ ປກສ ເມືອງວັງວຽງ ຕັ້ງຈຸດສະກັດກວດລົດເປົ້າໝາຍຢາເສບຕິດ ສາມາດຈັບຜູ້ຖືກຫາໄດ້ 3 ຄົນ ພ້ອມຢາໄອສ໌ 72 ກິໂລກຼາມ ແລະ ເຮໂຣອິນ 2 ແທ່ງ ກັບ 1 ຖົງນ້ອຍ.

ເຈົ້າໜ້າທີ່ເປີດເຜີຍວ່າ: ໄດ້ສືບຮູ້ວ່າເປົ້າໝາຍຢາເສບຕິດຈະມີການເຄື່ອນໄຫວລັກລອບຂົນສົ່ງ ຢາເສບຕິດຈໍານວນຫຼາຍຕາມສາຍທາງ 13 ເໜືອ. ດັ່ງນັ້ນ, ຈຶ່ງໄດ້ປະສານພາກສ່ວນກ່ຽວຂ້ອງຕັ້ງຈຸດກວດກາຢູ່ເຂດບ້ານນາດາວ ເມືອງວັງວຽງ ແຂວງວຽງຈັນ. ໃນຂະນະຕັ້ງດ່ານຢູ່ນັ້ນ, ຈຶ່ງໄດ້ພົບເຫັນລົດໂຕຕ້າປຣາໂດ້ ສີປອນທອງ ໝາຍເລກທະບຽນ ກສ 8342 ກໍາແພງນະຄອນ ເປັນລົດເປົ້າໝາຍ ຈຶ່ງໄດ້ລັດສະກັດເພື່ອກວດກາພ້ອມກັກຕົວ ທ້າວ ເຊິນລູ ອາຍຸ 34 ປີ ຢູ່ບ້ານ, ເມືອງ ແລະ ແຂວງຜົ້ງສາລີ ທ້າວ ເຊັງໄຮ ພົງ ແລະ ທ້າວ ກາງ ສຽວຮົ່ວ ເຊື້້ອຊາດສັນຊາດຈີນ.

ຈາກນັ້ນ, ເຈົ້າໜ້າທີ່ໄດ້ກວດຄົ້ນລົດ ຈຶ່ງພົບຢາເສບຕິດປະເພດຢາໄອສ໌ ຈໍານວນ 72 ຖົງ ເທົ່າ 72 ກິໂລກຼາມ, ເຮໂຣອິນ ຈໍານວນ 2 ແທ່ງ ກັບ 1 ຖົງ, ໂທລະສັບ 6 ເຄື່ອງ, ປື້ມພາດສະປອດ 2 ຫົວ, ເງິນ 2.399.000 ກີບ ແລະ 18.250 ບາດ ໄວ້ດໍາເນີນຄະດີ.