ໃນວັນທີ 24 ກໍລະກົດ 2020, ສອງກອງ ບັນຊາການ ຄື: ກອງບັນຊາການ ປກສ ເມືອງຫຼວງນໍ້າທາ ແລະ ກອງບັນຊາການ ປກສ ເຂດບໍ່ເຕ່ນແດນງາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະເຊິ່ງກັນແລະກັນ; ເຂົ້າຮ່ວມໂດຍ ພັທ ກອງແກ້ວ ສິງມີໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ເປັນປະທານຮ່ວມໂດຍ ພັທ ພົງສັກ ວົງມະນີ ຮອງຫົວໜ້າກອງບັນຊາການ ປກສ ເຂດບໍ່ເຕ່ນແດນງາມ, ພັທ ພ້ອມ ແຝງຄຳເຮືອງ ປກສ ເມືອງຫຼວງນໍ້າທາ ພ້ອມດ້ວຍຄະນະພັກຮາກຖານບ້ານນາເຕີຍ ຕະຫຼອດຮອດພະນັກງານຫຼັກແຫຼ່ງ.

ສອງກອງ ບັນຊາການພົບປະແລກປ່ຽນບົດຮຽນ
ສອງກອງ ບັນຊາການພົບປະແລກປ່ຽນບົດຮຽນ

ໃນກອງກອງປະຊຸມ, ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານຜົນງານການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນໃຫ້ກັນຊາບ; ພ້ອມນັ້ນ, ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳຄິດຄຳເຫັນແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນແລະກັນ, ໂດຍສະເພາະວຽກງານກວດກາການເໜັງຕີງຂອງພົນລະເມືອງ, ການເຂົ້າ-ອອກບໍ່ຖືກຕ້ອງຕາມຊາຍແດນຢູ່ຂອບເຂດບ້ານບໍ່ປຽດ ແລະ ບ້ານບໍ່ເຕ່ນ ແລະ ການຮ່ວມມືກັນແກ້ໄຂບັນຫາຄົນຕ່າງປະເທດທີ່ມາດຳລົງຊີວິດ ແລະ ເຮັດທຸລະກິດຢູ່ພາຍໃນແຂວງ ໂດຍສະເພາະຢູ່ເມືອງຫຼວງນໍ້າທາ; ກອງປະຊຸມຍັງໄດ້ຕົກລົງເຫັນດີເອກະພາບຈັດກອງປະຊຸມຮ່ວມກັນປີໜຶ່ງ 1 ຄັ້ງ ໂດຍຜັດປ່ຽນກັນເປັນເຈົ້າພາບ.