ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ກັກຕົວ ທ້າວ ຕັ່ງຊົງ ອາຍຸ 25 ປີ ແລະ ທ້າວ ດອມ ອາຍຸ 24 ປີ ທັງ 2 ຄົນ ຢູ່ບ້ານອີ່ໄລໃຕ້ ເມືອງນາຊາຍທອງ ພ້ອມຂອງກາງໂທລະສັບໄອໂຟນ 1 ເຄື່ອງ ພາຍຫຼັງທີ່ກໍ່ເຫດຊິງຊັບພົນລະເມືອງ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ພວກກ່ຽວຮັບສາລະພາບວ່າ: ໃນວັນທີ 13 ກໍລະກົດ 2020, ໄດ້ພາໄປຫຼິ້ນເກມຢູ່ຮ້ານແຫ່ງໜຶ່ງຈົນເງິນໝົດ; ຫຼັງຈາກນັ້ນ, ກໍຊວນກັນໄປຊອກຫາຊິງຊັບ ໂດຍມຸ່ງໜ້າໄປເສັ້ນທາງເລກທີ 13 ເໜືອ ແລະ ເຫັນຜູ້ເສຍຫາຍຂີ່ລົດຈັກຊ້ອນກັນມາ ພ້ອມທັງມີກະເປົາວາງຢູ່ກະຕ່າລົດ ເມື່ອໄດ້ໂອກາດ, ຈຶ່ງຂີ່ເຂົ້າໄປຮຽງລົດຂອງຜູ້ເສຍຫາຍແລ້ວຄວ້າເອົາກະເປົາຢູ່ກະຕ່າລົດ; ເຮັດໃຫ້ລົດຂອງຜູ້ເສຍຫາຍເຈືອກເຂົ້າແຄມທາງ ເມື່ອໄດ້ກະເປົາມາແລ້ວ, ກໍໄດ້ຄົ້ນເບິ່ງຊັບສິນມີເງິນ 382.000 ກີບ, ໂທລະສັບ 1 ເຄື່ອງ, ສາຍສາກໂທລະສັບ, ສາຍຟັງຫູ, ແລະ ເອກະສານຕ່າງໆ. ຕໍ່ມາ, ກໍນໍາໂທລະສັບດັ່ງກ່າວໄປຂາຍໄດ້ເງິນ 200.000 ກີບ ແລະ ເອົາເງິນໄດ້ທັງໝົດໄປເຕີມເຊີຫຼິ້ນເກມອອນລາຍ; ສ່ວນເອກະສານຕ່າງໆແມ່ນຈູດຖິ້ມ.

ມາຮອດເວລາ 19:00 ໂມງ ຂອງວັນດຽວກັນ, ຜູ້ກໍ່ເຫດທັງ 2 ຈຶ່ງຖືກອໍານາດການປົກຄອງບ້ານອີ່ໄລ ຈັບຕົວແລ້ວສົ່ງໃຫ້ເຈົ້າໜ້າທີ່ ປກສ ກຸ່ມ; ກ່ອນສົ່ງຕໍ່ໃຫ້ ປກສ ເມືອງນາຊາຍທອງ ດໍາເນີນຄະດີ ຜູ້ກໍ່ເຫດທັງສອງຍັງສາລະພາບອີກວ່າ: ໄດ້ພາກັນເຄື່ອນໄຫວລັກຊັບມາແລ້ວຫຼາຍຄັ້ງ; ສ່ວນຫຼາຍແມ່ນພາກັນໄປລັກເອົາເຫຼັກ, ສາຍໄຟ ແລະ ອຸປະກອນກໍ່ສ້າງຢູ່ຕາມເສັ້ນທາງລົດໄຟ. ເມື່ອໄດ້ມາແລ້ວ, ກໍນໍາໄປຂາຍ ແລະ ເອົາເງິນໄປເຕີມເຊີຫຼິ້ນເກມຈົນໝົດ.

ຄະດີດັ່ງກ່າວໄດ້ສະແດງໃຫ້ເຫັນ ວ່າ: ສັງຄົມໃນປັດຈຸບັນເກມອອນລາຍກໍາລັງລະບາດໃນກຸ່ມໄວໜຸ່ມ; ສົ່ງຜົນເສຍຫາຍຫຼາຍດ້ານ ໂດຍສະເພາະທາງດ້ານການສຶກສາ ແລະ ຍັງເປັນໜໍ່ແໜງຂອງຄວາມບໍ່ສະຫງົບໃນສັງຄົມ ເປັນຕົ້ນລັກຊັບ, ຊິງຊັບ. ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງຮຽກ ຮ້ອງໃຫ້ພໍ່-ແມ່ຜູ້ປົກຄອງໃຫ້ເປັນເຈົ້າການຮ່ວມກັນໃນການສຶກສາ ອົບຮົມລູກຫຼານຂອງຕົນເອງບໍ່ໃຫ້ຕິດເກມອອນລາຍ. ໃນຂະນະດຽວ ກັນ, ພາກສ່ວນທີ່ກ່ຽວຂ້ອງກໍຕ້ອງລົງກວດກາບັນດາຮ້ານເກມ, ຮ້ານອິນເຕີເນັດຕ່າງໆ ທີ່ດໍາເນີນກິດຈະການໂດຍບໍ່ຖືກກົດໝາຍ ແລະ ເປັນສະຖານທີ່ມົ້ວສຸມຂອງຢາເສບຕິດຢ່າງເປັນປົກກະຕິ ເພື່ອແກ້ໄຂ ບັນດາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ໝົດໄປເທື່ອລະກ້າວ.