ໃນວັນທີ 28 ກໍລະກົດ 2020, ເວລາປະມານ 19:00 ໂມງ ເກີດອຸບັດຕິເຫດ ລົດກະບະຕໍາກັບລົດຈັກ ຢູ່ເຂດເສັ້ນທາງບ້ານລາດວາລີ ເມືອງໂພນທອງ ແຂວງຈໍາປາສັກ ເຮັດໃຫ້ຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍລົດຈັກ ເສຍຊີວິດຄາທີ່.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ກ່ອນເກີດເຫດ ທ້າວ ແຫວນເພັດ ອາຍຸ 54 ປີ ຢູ່ບ້ານດົງກະໂລງ ນະຄອນປາກເຊ ຂັບຂີ່ລົດກະບະໂຕໂຍຕ້າ ວິໂກ້ ໝາຍເລກທະບຽນ ກຂ 3657 ຈໍາປາສັກ ຂັບຂີ່ມຸ່ງໜ້າໄປທາງນະຄອນປາກເຊ. ພໍຮອດຈຸດເກີດເຫດ ເສັ້ນທາງບ້ານລາດວາລີ ເມືອງໂພນທອງ ໄດ້ຕໍາກັບລົດຈັກ ບໍ່ມີໝາຍເລກທະບຽນ ຂັບຂີ່່ໂດຍ ທ້າວ ສຸພະຈັນ ອາຍຸ 30 ປີ, ບ້ານລາດວາລີ ເມືອງໂພນທອງ ແລະ ມີຜູ້ຊ້ອນທ້າຍ 1 ຄົນ ຂັບຂີ່ສວນທາງມາ.

ອຸບັດຕິເຫດຄັ້ງນີ້, ເຮັດໃຫ້ ທ້າວ ສຸພະຈັນ ແລະ ທ້າວ ສຸລິຍັນ ອາຍຸ 33 ປີ, ບ້ານຫ້ວຍບັງລຽງ ເມືອງປະທຸມພອນ ແຂວງຈໍາປາສັກ ທັງສອງເສຍຊີວິດຄາທີ່, ສ່ວນສາເຫດຍັງຢູ່ໃນຂັ້ນຕອນນໍາເນີນການສືບສວນ-ສອບສວນຢ່າງລະອຽດ ແລະ ຈະໃຫ້ຄວາມເປັນທຳທັງສອງຝ່າຍ.