ພະແນກຕໍາຫຼວດ ປກສ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ສືບຮູ້ວ່າ ຜູ້ກໍ່ເຫດລັກໂທລະສັບມືຖືຢູ່ພາຍໃນເມືອງນາແລ ໄດ້ເອົາຕົວຫຼົບໜີໄປຢູ່ພື້ນທີ່ຂອງແຂວງອຸດົມໄຊ; ດັ່ງນັ້ນ, ຈຶ່ງໄດ້ປະສານເຈົ້າໜ້າທີ່ຈັບຕົວ ໃນວັນທີ 19 ມິຖຸນາ 2020 ແລະ ໄດ້ນໍາມາດໍາເນີນຄະດີ.

ພັຕ ສົມສະໜິດ ກຸນຕິລາດ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງນາແລ ໃຫ້ຮູ້ວ່າ: ຜູ້ກໍ່ເຫດ ຊື່ ທ້າວ ກົມ ອາຍຸ 15 ປີ, ທ້າວ ເທບ ອາຍຸ 17 ປີ ແລະ ທ້າວ ໄຊ ອາຍຸ 16 ປີ ທັງ 3 ຄົນ ຢູ່ບ້ານເພີນ ເມືອງໄຊ ແຂວງອຸດົມໄຊ. ໄດ້ເຄື່ອນໄຫວລັກຊັບຢູ່ເມືອງນາແລ ແຂວງຫຼວງນໍ້າທາ ໂດຍການວາງແຜນໃນຮູບການເຂົ້າໄປຖາມຊື້ໂທລະສັບ ໂດຍໃຊ້ຂໍ້ອ້າງວ່າ ເງິນບໍ່ພໍຈຶ່ງໃຫ້ຜູ້ໜຶ່ງໄປກົດເງິນຢູ່ຕູ້ ATM ແລ້ວໃຫ້ຜູ້ໜຶ່ງເລືອກໂທລະສັບຖ້າຢູ່ຮ້ານ ຖ້າໂອກາດທີ່ເຈົ້າຂອງຮ້ານເຜີຕົວ ກໍລົງມືລັກເອົາໂທລະສັບແລ້ວຂີ່ລົດຈັກທີ່ອີກຜູ້ໜຶ່ງຕິດຈັກກະກຽມໄວ້ຫຼົບໜີໄປ.

ຄັ້ງທີ່ 1 ແມ່ນວັນທີ 9 ເມສາ 2020 ຢູ່ ທີຮ້ານຈີງເຟີຍ ໂມບາຍ ໄດ້ໂທລະສັບ 2 ໜ່ວຍ ຄື: ຍີ່ຫໍ້ HUAWEI Y7 P- 2020 ແລະ ໂທລະສັບ ຍີ່ຫໍ້ HUAWEI Y9PRIME ລວມມູນ ຄ່າ 3.398.000 ກີບ ແລະ ຄັ້ງທີ 2 ໃນວັນ ທີ 24 ເມສາ 2020 ທີ່ຮ້ານ 4 ແຍກ ຕະຫຼາດເມືອງນາແລ ໄດ້ຫຍີ່ຫໍ້ IPONE 6S ແລະ IPONE 4S ລວມມູນຄ່າ 2.200.000 ກີບ.

ຈາກນັ້ນ, ຜູ້ກໍ່ເຫດໄດ້ຫຼົບໜີໄປທີ່ແຂວງອຸດົມໄຊ ຈຶ່ງໄດ້ສົມທົບກັບ ປກສ ເມືອງນາໝໍ້ ແລະ ປກສ ເມືອງໄຊ ຕິດຕາມເປົ້າໝາຍ ຈຶ່ງສາມາດຈັບຕົວຜູ້ຖືກຫາໄດ້.