ເມື່ອບໍ່ດົນມານີ້ ມີຫຼາຍພາກສ່ວນ ໄດ້ນໍາເອົາເງິນ ແລະ ອຸປະກອນຮັບໃຊ້ ລວມມູນຄ່າ 313. 000.000 ກີບ ມອບໃຫ້ກະຊວງ ປກສ, ຕ່າງໜ້າຮັບໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ ແລະ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໃນນີ້, ມີກຸ່ມບໍລິສັດ ເອັສທີກຣຸບ ແລະ ທະນາຄານເອັສທີ ມອບເງິນຈຳນວນ 200 ລ້ານກີບ, ກຸ່ມບໍລິສັດ ລາວກອນສິນສາກົນ ຈຳກັດ ໄດ້ມອບເງິນ ຈຳນວນ 48 ລ້ານກີບ, ບໍລິສັດ ວັດພູ ກໍ່ສ້າງ 10 ລ້ານກີບ, ບໍລິສັດ ພົງຊັບທະວີ ຈຳກັດ 30 ລ້ານກີບ, ບໍລິສັດ ນ້ອຍການຄ້າ ຈໍານວນ 5 ລ້ານກີບ ແລະ ທ່ານ ນາງ ລັດດາວັນ ເຫວີຍສານ ມອບຄັນຮົ່ມ ຈໍານວນ 200 ອັນ ມູນຄ່າ 20 ລ້ານກວ່າກີບ ເພື່ອຊຸກຍູ້ເຂົ້າໃນການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ V ຂອງ ອົງຄະນະພັກກະຊວງ ປກສ ຈະຈັດຂຶ້ນໃນໃວໆນີ້ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ ໂດຍສະເພາະແມ່ນການສ້າງຂະບວນການແຂ່ງຂັນກິລາຕີກ໊ອບ.

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງ ປກສ ໄດ້ກ່າວສະແດງຄວາມຂອບໄຈເປັນຢ່າງສູງຕໍ່ບໍລິສັດ ແລະ ບຸກຄົນທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານກຳລັງປ້ອງກັນຄວາມສະຫງົບ ໃນການຊຸກຍູ້ອຸປະຖຳດ້ວຍວັດຖຸ-ປັດໃຈເຂົ້າໃນວຽກງານດ້ານຕ່າງໆ ແລະ ຈະນຳເອົາເງິນຈຳນວນດັ່ງກ່າວນີ້ໄປໝູນໃຊ້ເຂົ້າໃນວຽກງານ ລວມທັງຂະບວນການແຂ່ງຂັນກິລາໃຫ້ເກີດປະໂຫຍດສູງສຸດ.