ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ ໄດ້ຊີ້ນໍາຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ (509) ຜູ້ໃໝ່ ຈົ່ງເອົາໃຈໃສ່ສືບຕໍ່ໃນການຊີ້ນໍາ-ນໍາພາພະນັກງານ-ນັກຮົບປະຕິບັດໜ້າທີ່ວິຊາສະເພາະຢ່າງເຂັ້ມແຂງ ແລະ ປະສົບຜົນສໍາເລັດຢ່າງວ່ອງໄວ, ຖືກຕ້ອງ ແລະ ຍຸຕິທໍາ.

ການຊີ້ນໍາຄັ້ງນີ້, ໃນໂອກາດທີ່ທ່ານເຂົ້າຮ່ວມໃນພິທີປະກາດແຕ່ງຕັ້ງຫົວໜ້າກົມ 509 ຜູ້ໃໝ່ ໃນວັນທີ 29 ກໍລະກົດ 2020, ເຊິ່ງ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ກ່າວວ່າ: ການປະກາດການຈັດຕັ້ງ ກໍຄືການປະກາດແຕ່ງຕັ້ງຫົວໜ້າກົມ 509 ຄັ້ງນີ້, ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະແມ່ນກົມ 509 ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານວຽກງານວິຊາສະເພາະຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ສັງ ຄົມ ກໍຄືພໍ່-ແມ່ປະຊາຊົນຢ່າງແທ້ຈິງ.

ສະນັ້ນ, ຜູ້ໄດ້ຮັບໜ້າທີ່ຕໍາແໜ່ງໃໝ່ຄັ້ງນີ້ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສໍາເລັດ, ສືບຕໍ່ສ້າງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນເພື່ອເຮັດໃຫ້ວຽກງານໃນກໍາລັງປ້ອງກັນຄວາມສະຫງົບ ໂດຍສະເພາະວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານໃຫ້ມີຜົນສໍາເລັດ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ປັບປຸງແບບແຜນວິທີນໍາພາ-ບັນຊາ, ແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕະຫຼອດຮອດພະນັກງານ-ນັກຮົບ, ເຮັດວຽກສົມທົບແໜ້ນແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ມີຄວາມເປັນເອກະພາບໃນການເຄື່ອນໄຫວແກ້ໄຂວຽກງານວິຊາສະເພາະຖືກຕ້ອງຕາມລະບຽບ, ຫຼັກການ ແລະ ກົດໝາຍ, ຫັນເອົາກໍາລັງລົງສູ່ຮາກຖານຢ່າງຕໍ່ເນື່ອງໃກ້ສິດຕິດແທດກັບປະຊາຊົນ ແລະ ອໍານາດການປົກຄອງບ້ານປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເອົາໃຈໃສ່ກວດກາ, ຄຸ້ມຄອງການເໜັງຕີງຂອງພົນລະເມືອງ, ຊີ້ນໍາ-ນໍາພາ ປກສ ກຸ່ມ-ປກສ ບ້ານໃຫ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່, ນໍາພາສ້າງບົດບັນທຶກສ້າງບ້ານປ້ອງກັນຄວາມສະຫງົບດີ, ຄຸ້ມຄອງອາຊີບ-ພາຫະນະພິເສດ.


ການປະກາດແຕ່ງຕັ້ງຫົວໜ້າກົມ 509 ຄັ້ງນີ້, ພັທ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ເລກທີ 399/ນຍ ລົງວັນທີ 10 ກໍລະກົດ 2020 ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ນາຍົກລັດຖະມົນຕີ ອອກດໍາລັດແຕ່ງຕັ້ງ ພັອ ໜູໃບ ອິນທິສານ ເປັນຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ.