ກອງປະຊຸມເປີດບັ້ນກວດສອບລະຫວ່າງ ອົງການກວດສອບປະຈຳພາກກາງ ແລະ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນວັນທີ 27 ກໍ ລະກົດ 2020, ທີ່ຫ້ອງວ່າການ ແຂວງໄຊສົມບູນ, ເປັນປະທານຮ່ວມໂດຍ ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ແລະ ພົຕ ຄຳລຽງ ອຸທະໄກສອນ ເຈົ້າແຂວງໆໄຊສົມບູນ, ພ້ອມດ້ວຍຄະນະຕິດຕາມ ແລະ ຄະນະກວດສອບຈາກອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກກາງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະກວດສອບ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະປະສານງານຂອງແຂວງໄຊສົມບູນ, ການສະເໜີແຜນເຄື່ອນໄຫວກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019 ແລະ ການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດການປັບປຸງແກ້ໄຂຄຳແນະນຳກວດສອບສົກປີທີ່ຜ່ານມາ. ໂອກາດດຽວກັນ, ບັນດາສະຫາຍໃນກອງປະຊຸມໄດ້ມີຄວາມເປັນເອກະພາບ ເພື່ອພ້ອມກັນຈັດຕັ້ງປະຕິບັດການດຳເນີນກວດສອບຂອງຄະນະກວດສອບແຫ່ງລັດໃຫ້ສຳເລັດຕາມແຜນການກວດສອບ ເພື່ອໃຫ້ສາມາດສະຫຼຸບ, ສັງລວມ ແລະ ລາຍງານຂັ້ນເທິງແຕ່ລະຂັ້ນ, ໂດຍສະເພາະສຸມໃສ່ກວດສອບໃນ 13 ເປົ້າ ໝາຍ, ແນໃສ່ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2019 ແລະ ກວດຄືນການຈັດຕັ້ງປະຕິບັດ ຄຳແນະນຳກວດສອບປີຜ່ານມາຂອງແຂວງໄຊສົມບູນ.

ກອງປະຊຸມຄັ້ງນີ້, ປະທານ ອົງການກວດສອບແຫ່ງລັດ ແລະ ເຈົ້າແຂວງແຂວງໄຊສົມບູນໄດ້ເນັ້ນໃຫ້ບັນດາພະແນກການອ້ອມຂ້າງແຂວງ ແລະ ຄະນະກວດສອບແຫ່ງລັດດຳເນີນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2019 ໃຫ້ສຳເລັດຕາມເວລາທີ່ໄດ້ກຳນົດໄວ້, ການກວດສອບຕ້ອງຄຳນຶງເຖິງຈຸດພິເສດຂອງແຂວງ, ກວດສອບໃຫ້ມີຄວາມໂປ່ງໃສ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດກົດໝາຍທີ່ກ່ຽວຂ້ອງມີຄວາມສັກສິດ ແລະ ເປັນການເພີ່ມຄວາມມີສະຕິລະວັງຕົວຂອງຫົວໜ່ວຍງົບປະມານໃນການນຳໃຊ້ງົບປະມານຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ປະຢັດ.