ໃນເວລາ 12:00 ໂມງຂອງ ວັນທີ 26 ກໍລະກົດ 2020 ເຈົ້າໜ້າທີ່ປະຈຳດ່ານກວດ ຫຼັກ 48 ເມືອງໂຂງ ແຂວງຈຳປາສັກ ໄດ້ກວດພົບສອງໜຸ່ມຂັບຂີ່ລົດເກງຈາກນະຄອນຫຼວງວຽງຈັນ ຊຸກເຊື່ອງຢາໄອສ໌ ຈໍານວນ 10 ກິໂລກຼາມ ທີ່ກໍາລັງຈະຜ່ານດ່ານມຸ່ງໜ້າໄປທາງຊາຍແດນລາວ-ກໍາປູເຈຍ.

ເຈົ້າໜ້າທີ່ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຂໍ້ມູນວ່າຈະມີການລັກລອບຂົນສົ່ງຢາເສບຕິດຈາກນະຄອນຫຼວງວຽງຈັນ ມຸ່ງໜ້າໄປທາງຊາຍແດນລາວ-ກໍາປູເຈຍ ໂດຍ ຜ່ານດ່ານຫຼັກ 48 ເມືອງໂຂງ ແຂວງຈໍາປາສັກ. ເປົ້າໝາຍຄື ລົດເກັງສີຂາວ ໝາຍເລກທະບຽນ ກດ 6480 ກຳແພງນະຄອນ. ດັ່ງນັ້ນ, ຈຶ່ງໄດ້ເຂັ້ມງວດໃນການກວດກາລົດທີ່ສົງໃສກໍາລັງຈະຜ່ານດ່ານ. ຮອດເວລາປະມານ 12:00 ຂອງວັນທີ 26 ກໍລະກົດ 2020 ຈຶ່ງເຫັນລົດເປົ້າໝາຍສົງໃສຈຶ່ງໄດ້ກັກຂໍກວດກາ ພົບຢາໄອສ໌ ຈຳນວນ 10 ກິໂລກຼາມ ຊຸກເຊື່ອງໄວ້ໃນເບາະລົດເບື້ອງຫຼັງ. ຈຶ່ງໄດ້ກັກຕົວຜູ້ຕ້ອງສົງໄສ 2 ຄົນ ພ້ອມຢາເສບຕິດຈຳນວນດັ່ງກວ່າ ແລະ ເງິນ 2.700.000 ກີບ, 5.300 ບາດ, 102 ໂດລາ ແລະ ໂທລະສັບ 2 ໜ່ວຍ ໄວ້ດໍາເນີນຄະດີຕາມກົດໝາຍ.

ຜູ້ຕ້ອງສົງໄສຊື່ ທ້າວ ກິດຕະກອນ ອາຍຸ 24 ປີ ບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ແລະ ທ້າວ ພອນປະເສີດ ອາຍຸ 25 ປີ ບ້ານ ໃຜ່ລ້ອມ ເມືອງໄຊທານີ ທັງສອງ ຢູ່ນະຄອນຫຼວງວຽງຈັນ.