ອາທິດຜ່ານມາ, ສານປະຊາຊົນຂັ້ນ ຕົ້ນ ແຂວງອຸດົມໄຊ ໄດ້ນໍາສໍານວນຄະ ດີຄ້າຂາຍຢາເສບຕິດ ແລະ ການລັກຊັບພົນລະເມືອງຂຶ້ນມາພິຈາລະນາໂທດ ຕາມກົດໝາຍ; ເຊິ່ງຄະດີທັງ 2 ເລື່ອງ ມີຈໍາເລີຍທັງໝົດ 4 ຄົນ ຊື່ທ້າວ ໄມ່ຈັງ, ທ້າວ ທອງຈັນ ແລະ ທ້າວ ສອນເພັດ ໃນນີ້; ສານໄດ້ເຫັນດີວາງໂທດໃຫ້ພວກ ກ່ຽວທັງໝົດ 12 ປີ ເຄິ່ງ ພ້ອມທັງປັບ ໃໝຫຼາຍລ້ານກີບ ແລະ ໃຊ້ຄືນໂຈດທາງແພ່ງ.

ອົງການໄອຍະການປະຊາຊົນຂັ້ນ ຕົ້ນ ແຂວງອຸດົມໄຊ ໄດ້ຖະແຫຼງຄໍາໃຫ້ການຂອງພວກຈໍາເລີຍຕໍ່ຄະນະສານຕັດສິນ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ເລື່ອງທີ 1. ມີຈໍາເລີຍຈໍານວນ 2 ຄົນ: ອີງຕາມສໍານວນສະບັບເລກ ທີ73,74/ອຍກຂ.ອຊ, ລົງວັນທີ 2 ກໍລະກົດ 2020 ໂດຍມີຈໍາເລີຍຊື່ ທ້າວ ໄມ່ຈັງ ອາຍຸ 39 ປີ ຢູ່ບ້ານວຽງຄໍາ ເມືອງ ຫຼາ ແຂວງອຸດົມໄຊ; ຖືກກັກຕົວໃນວັນທີ 6 ທັນວາ 2019 ໃນຂ້ໍຫາຄ້າ- ຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 52 ເມັດ ນ້ຳໜັກ 5,2 ກຼາມ ແລະ ທ້າວ ທອງຈັນ ອາຍຸ 37 ປີ ຢູ່ບ້ານພູຂຽວ ເມືອງໄຊ ແຂວງອຸດົມ ໄຊ; ຖືກກັກຕົວ ໃນວັນທີ 4 ກຸມພາ 2020 ໃນຂໍ້ຫາຄ້າ-ຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 114 ເມັດ, ນໍ້າໜັກ 11,3 ກຼາມ; ໃນນັ້ນ, ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ລົງໂທດຕັດອິດສາລະພາບພວກຈໍາເລີຍຜູ້ລະ 5 ປີ ແລະ ປັບໃໝຜູ້ລະ 10.000.000 ກີບ ພ້ອມທັງຮິບຢາບ້າ ຈໍານວນດັ່ງກ່າວໄປທໍາລາຍຖິ້ມ.

ສໍາລັບເລື່ອງທີ 2: ຈໍາເລີຍຊື່ ທ້າວ ສອນເພັດ ຫຼື ຄຸດ ແລະ ທ້າວ ຄຳສຸກ ຫຼື ໂຫຍ, ທັງ 2 ຄົນ ອາຍຸ 25 ປີ ຢູ່ບ້ານ ຖິ່ນ ເມືອງໄຊ ແຂວງອຸດົມໄຊ; ໃນຂໍ້ ຫາລັກຊັບຂອງພົນລະເມືອງ ( ປະເພດ ລົດຈັກ ) ໂດຍຕັດອິດສາລະພາບ ທ້າວ ສອນເພັດ ຫຼື ຄຸດ 1 ປີ, ປັບໃໝ 4.000. 000 ກີບ. ສ່ວນ ທ້າວ ຄໍາສຸກ ຫຼື ໂຫຍ ແມ່ນ 1 ປີກັບ 6 ເດືອນ, ປັບໃໝ 4.000.000 ກີບ ພ້ອມທັງໃຫ້ຈຳເລີຍ ທັງ 2 ຄົນ ຮ່ວມກັນໃຊ້ແທນຄ່າສິ້ນ ເປືອງ ແລະ ຄ່າສ້ອມແປງລົດຈັກຄັນດັ່ງ ກ່າວລວມເປັນເງິນທັງໝົດ 2.970.000 ກີບ ຄືນໃຫ້ແກ່ໂຈດທາງແພ່ງ.