ນັກໂທດຈໍານວນ 18 ຄົນ ໃນຈໍານວນ 6 ຄະດີ ຢູ່ແຂວງຫົວພັນໄດ້ ຕັ້ງໜ້າຝືກຝົນຫຼ່ໍຫຼອມຕົນເອງໃນເວລາຖືກປະຕິບັດໂທດຢູ່ຄ້າຍຄຸມຂັງ-ດັດສ້າງ, ດ້ວຍການປະພຶດທີ່ດີ ໃນວັນທີ 21 ກໍລະກົດ 2020, ສານປະຊາຊົນຂັ້ນຕົ້ນແຂວງໄດ້ ຕັດສິນປ່ອຍຕົວກ່ອນກໍານົດ.

ການຕັດສິນປ່ອຍໂຕຄັ້ງນີ້, ສານປະຊາຊົນຂັ້ນຕົ້ນແຂວງຫົວພັນ ຄົ້ນຄວ້າພິຈາລະນາຄໍາຖະແຫຼງ ສະບັບເລກທີ 02/ອຍກ, ລົງວັນທີ 7 ກໍລະກົດ 2020 ຂອງຫົວໜ້າອົງການໄອຍະການປະຊາຊົນແຂວງຫົວພັນ ກ່ຽວກັບການສະເໜີໃຫ້ສານຄົ້ນຄວ້າພິຈາລະນາປ່ອຍຕົວນັກໂທດກ່ອນກໍານົດ ໂດຍມີເງື່ອນໄຂຈໍານວນ 18 ຄົນ ຍິງ 2 ຄົນ ແລະ ໃນນັ້ນ ຄະດີຢາເສບຕິດ 12 ຄົນ, ຄະດີສໍ້ໂກງ ແລະ ປອມແປງເອກະສານ 1 ຄົນ, ຄະດີລະເມີດກົດຈະລາຈອນພາໃຫ້ເກີດອຸບັດຕິເຫດ 2 ຄົນ, ຄະດີຂົ່ມຂືນທໍາຊໍາເລົາ (ຂັ້ນພະຍາຍາມ) 1 ຄົນ, ຄະດີປິດບັງການກະທໍາຜິດ 1 ຄົນ ແລະ ຄະດີທໍາລາຍວັດຖຸບູຮານ ແລະ ລັກຊັບພົນລະເມືອງເປັນຄົນຈີນ 1 ຄົນ.

ເຊິ່ງນັກໂທດຈໍານວນດັ່ງກ່າວລ້ວນແຕ່ມີຄວາມກ້າວໜ້າໃນການຝຶກຝົນຫຼ່ໍຫຼອມຕົນເອງ, ມີການປ່ຽນແປງທາງດ້ານທັດສະນະແນວຄິດ, ການກະທໍາ, ມີສະຕິຕື່ນຕົວເຄົາລົບປະຕິບັດກົດໝາຍ ກໍຄືລະບຽບຂອງຄ້າຍຄຸມຂັງ-ດັດສ້າງວາງອອກ, ຍອມຮັບເອົາຄໍາຕັດສິນຂອງສານທຸກຢ່າງ, ມີຄວາມຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດທີ່ບໍ່ຖືກຕ້ອງຂອງຕົນໃນໄລຍະຜ່ານມາ, ມີຄວາມສາມັກຄີ, ເປັນແບບຢ່າງທີ່ດີໃຫ້ແກ່ນັກໂທດດ້ວຍກັນ, ມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານສາມາດຄັດເລືອກເປັນຕົວເດັ່ນປະເພດໜຶ່ງຕະຫຼອດມາ ແລະ ປະຕິ ບັດໂທດມາແລ້ວເກີນສອງສ່ວນສາມຂອງໂທດທີ່ສານຕັດສິນ; ສະນັ້ນ, ຜ່ານການຕິດຕາມຂອງເຈົ້າໜ້າທີ່ຄ້າຍຄຸມຂັງ-ດັດສ້າງ ຈຶ່ງຢັ້ງຢືນໄດ້ວ່າ: ນັກໂທດ ຈໍານວນ 18 ຄົນ ແມ່ນມີເງື່ອນໄຂຄົບຖ້ວນໃນການປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂຕາມລະບຽບທີ່ກໍານົດໄວ້.