ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ (ນາຍຈ້າງ) ວ່າ: ທ້າວ ວັນໄຊ, ເຊິ່ງເປັນກໍາມະກອນກໍ່ສ້າງ (ລູກ ຈ້າງ) ຂອງຕົນໄດ້ຢືມລົດຈັກເວັບ 100 ໄປຊື້ຢາ ແລ້ວກໍບໍ່ເປັນເອົາລົດມາສົ່ງເລີຍ; ຈາກນັ້ນ, ຈຶ່ງໄດ້ປະສານສົມທົບອໍານາດປົກຄອງບ້ານອ່າງນໍ້າຫຸມ ຕິດຕາມຕົວຜູ້ກ່ຽວ ແລະ ສາມາດກັກຕົວໄດ້ໃນ ວັນທີ 10 ກໍລະກົດ 2020 ພ້ອມລົດຈັກຄັນດັ່ງກ່າວ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ໃຫ້ຮູ້ວ່າ: ທ້າວ ວັນໄຊ ອາຍຸ 36 ປີ ຢູ່ບ້ານເຄີງ ເມືອງພູກູດ ແຂວງຊຽງຂວາງ ເປັນກໍາມະກອນກໍ່ສ້າງໃຫ້ກັບ ນາງ ຕິກ (ນາຍຈ້າງ) ອາຍຸ 35 ປີ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມາແຕ່ປີ 2019 ໂດຍໃຫ້ພັກເຊົາຢູ່ບ່ອນເຮັດວຽກເລີຍ; ເຊິ່ງໃຫ້ຄ່າແຮງງານມື້ລະ 85.000 ກີບ ແລະ ຈະແບ່ງຈ່າຍເປັນງວດ 15 ວັນ. ຢ່າງໃດກໍຕາມ, ນາຍຈ້າງແມ່ນບໍ່ໄດ້ຈ່າຍຄ່າແຮງງານໃຫ້ຫຼາຍງວດແລ້ວ; ລວມເປັນເງິນຄ້າງຈ່າຍ 4.000.000 ກີບ ແລະ ຜູ້ກ່ຽວກໍໄດ້ທວງຖາມເອົາຄ່າແຮງງານ. ແຕ່ນາຍຈ້າງກໍຍັງບອກເລື່ອນມື້ຈ່າຍເງິນ ເຮັດໃຫ້ຕົນເອງເກີດມີຄວາມໃຈຮ້າຍ ຈຶ່ງຄິດຫາວິທີເພື່ອໃຫ້ໄດ້ເງິນ ຈໍານວນດັ່ງກ່າວຄືນ.

ມາຮອດວັນທີ 30 ພຶດສະພາ 2020, ທ້າວ ວັນໄຊ ໄດ້ເກັບເຄື່ອງໃສ່ກະເປົາ ແລ້ວໄປຊຸກເຊື່ອງໄວ້ແຈຮົ້ວ. ຈາກນັ້ນ, ກໍອອກກົນອຸບາຍຕົວະນາຍຈ້າງວ່າຕົນເອງເຈັບທ້ອງ ແລະ ຂໍຢືມລົດຈັກ ເວບ 100 ໝາຍເລກທະບຽນ ດຮ 5187 ເພື່ອຈະໄປຊື້ຢາມາກິນ. ແຕ່ກໍບໍ່ເຫັນກັບມາເລີຍ. ສ່ວນລົດຈັກ, ທ້າວ ວັນໄຊ ໄດ້ເອົາໄປນໍາໃຊ້ເພື່ອເປັນພາຫະນະເລາະຊອກເຮັດວຽກຢູ່ເມືອງກາສີ ແຂວງວຽງຈັນ ກ່ອນຈະຖືກເຈົ້າໜ້າທີ່ນໍາຈັບຕົວມາດໍາເນີນຄະດີຕາມກົດໝາຍ.

ທ້າວ ວັນໄຊ ເວົ້າວ່າ: “ຍ້ອນມີຄວາມຄິດຄຽດໃຫ້ກັບນາຍຈ້າງທີ່ບໍ່ຈ່າຍຄ່າແຮງງານໃຫ້ຈຶ່ງໄດ້ມີແນວຄິດກະທໍາຄວາມຜິດດັ່ງກ່າວລົງໄປ ” ແລະ ຜູ້ກ່ຽວຍັງໃຫ້ຮູ້ຕື່ມວ່າ: ຜ່ານມາ ແມ່ນບໍ່ເຄີຍພົວ ພັນກັບຢາເສບຕິດ; ການທີ່ໃຊ້ກົນອຸບາຍຢືມລົດໃນຄັ້ງນີ້ ແມ່ນບໍ່ໄດ້ມີເຈດຕະນານໍາລົດໄປຂາຍພຽງແຕ່ເອົາໄປນໍາໃຊ້ ແລະ ຕ້ອງການຢາກໄດ້ເງິນຄ່າແຮງງານຄືນເທົ່ານັ້ນ.

ສໍາລັບລົດຈັກເວັບ 100 ທີ່ເກັບກູ້ຄືນໄດ້ຈາກຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແມ່ນໄດ້ນໍາມາມອບໃຫ້ກັບເຈົ້າຂອງເດີມແລ້ວ.