ໃນວັນທີ 29 ກໍລະກົດ 2020, ເຈົ້າໜ້າທີ່ພະແນກສືບ ສວນ-ສອບສວນ ປກສ ແຂວງຫຼວງນໍ້າທາ ໄດ້ມອບຊັບທີ່ຖືກຄົນຮ້າຍລັກໄປປະເພດລົດຈັກ ຮອນດາເວັບໄອ 110 ສີແດງ-ດໍາ ໃຫ້ເຈົ້າຂອງ ມອບໂດຍ ຮອ ຄໍາມະນີ ລືໄຊ ຮອງຫົວໜ້າ ພະແນກສືບສວນ-ສອບສວນ ປກສ ແຂວງ ຮັບໂດຍ ທ້າວ ໄຟມະນີ ບ້ານໜອງບົວວຽງ ເມືອງ ແລະ ແຂວງຫຼວງນໍ້າທາ.

ຮອ ຄໍາມະນີ ລືໄຊ ຮອງ ຫົວໜ້າພະແນກຕຳຫຼວດສືບ ສວນ-ສອບສວນ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມວ່າມີຄົນຮ້າຍລົດຈັກຮອນດາເວັບໄອ 110 ສີ ແດງ-ດໍາ ໃນຄັ້ງວັນທີ 18 ກໍລະ ກົດ 2020 ຢູ່ເຂດບ້ານໜອງບົວວຽງ ເມືອງ ແລະ ແຂວງຫຼວງນໍ້າທາ ເຈົ້າໜ້າທີ່ໄດ້ແຕ່ງກຳລັງວິຊາສະເພາະລົງຕິດຕາມກວດກາ ຈົນສາມາດສືບຮູ້ຜູ້ລັກຊັບ ແລະ ສາມາດກັກຕົວຜູ້ກໍ່ເຫດ ຊື່ ທ້າວ ວຽງທອງ ອາຍຸ 23 ປີ ຢູ່ບ້ານນາຫ້ອມ ເມືອງ ແລະ ແຂວງຫຼວງນ້ຳທາ ມາດຳເນີນຄະດີ ພ້ອມທັງເກັບກູ້ຂອງກາງເປັນປະເພດລົດຈັກ ຈໍານວນ 1 ຄັນ ຄືນມາໄດ້.

ປັດຈຸບັນ, ເຈົ້າໜ້າທີ່ ໄດ້ກັກຕົວໄວ້ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ເພື່ອດຳເນີນການສືບສວນ-ສອບສວນຂະຫຍາຍຜົນຕື່ມອີກ, ເນື່ອງ ຈາກວ່າ ຜ່ານມາຜູ້ກ່ຽວເຄີຍມີປະຫວັດເສບຢາບ້າ ແລະ ຖືກດຳເນີນຄະດີມາແລ້ວຄັ້ງໜຶ່ງ.

ຮອ ຄໍາມະນີ ລືໄຊ ກ່າວ ຕື່ມອີກວ່າ: ຕໍ່ກັບບັນຫາດັ່ງກ່າວທີ່ເກີດຂຶ້ນນີ້ ຂໍຮຽກຮ້ອງເຖິງພໍ່-ແມ່ປະຊາຊົນ, ພໍ່ຄ້າ, ຊາວຂາຍ, ນັກທຸລະກິດ ຕະ ຫຼອດຮອດນັກຮຽນ-ນັກສຶກ ຈົ່ງຊ່ວຍກັນລະມັດລະວັງ ແລະ ປົກປັກຮັກສາຊັບສິນຂອງຕົນໃຫ້ມີຄວາມປອດໄພ ໂດຍສະເພາະແມ່ນລົດຈັກຄວນຮັກສາ ແລະ ມ້ຽນໃຫ້ດີບໍ່ຄວນຈອດຖິ້ມໄວ້ຊະຊາຍເພາະມັນຈະເປັນເຫຍື່ອລໍ້ຕາລໍ້ໃຈໃຫ້ຄົນຮ້າຍສວຍໂອກາດລັກໄປ.