ຫ້ອງວ່າການກະຊວງ ປກສ ໄດ້ຈັດກິດຈະກຳອອກແຮງງານລວມໃນອາທິດຜ່ານມາ, ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ; ນໍາພາໂດຍ ພັທ ສີວັນທາ ເພຍສະຂານ ຫົວໜ້າຫ້ອງການເມືອງຫ້ອງວ່າການ ກະຊວງ ປກສ.

ໃນການສ້າງຂະບວນການອອກແຮງງານລວມຄັ້ງນີ້, ພະນັກງານ-ນັກຮົບໄດ້ພ້ອມພາກັນຖາງຫຍ້າອ້ອມຮົ້ວໜອງປາທີ່ເປັນໜອງປາລວມຂອງຫ້ອງວ່າການກະຊວງ ປກສ ຢູ່ທີ່ບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ບຸກເບີກບ່ອນທໍາການຜະລິດເພື່ອສ້າງເສດຖະກິດກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ນອກນັ້ນ, ຍັງໄດ້ອອກແຮງງານລວມຢູ່ສໍານັກງານອົງການ ເປັນຕົ້ນແມ່ນທາສີ, ສ້ອມແປງອາຄານພ້ອມທັງເຮັດເດີ່ນກິລາເປຕັງ ເພື່ອກຽມຈັດກິດຈະກໍາກິລາຫ້ອງວ່າການກະຊວງ ປກສ ທີ່ຈະຈັດຂຶ້ນໃນມໍ່ໆນີ້.