ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນປາກເຊ ແຂວງຈຳປາສັກ ບຸກຈັບແກ້ງຄ້າຢາເສບຕິດຈໍານວນ 4 ຄົນ ຄາເຮືອນພັກ; ລວມຂອງກາງຢາບ້າ ຈໍານວນ 150.000 ເມັດ.

ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ເປີດເຜີຍໃຫ້ຮູ້ວ່າ: ເວລາ 6:00 ໂມງ ຂອງວັນທີ 24 ກໍລະກົດ 2020, ໄດ້ຮັບຂໍ້ມູນແຫຼ່ງຂ່າວວ່າມີກຸ່ມຄົນບໍ່ດີຈຳນວນໜຶ່ງກໍາລັງລັກລອບຄ້າຂາຍຢາເສບຕິດຢູ່ເຮືອນພັກແຫ່ງໜຶ່ງ ເຂດບ້ານໂພນສະອາດ ນະຄອນປາກເຊ ແຂວງຈຳປາສັກ; ຈຶ່ງໄດ້ປະສານກັບໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນປາກເຊ ແລະ ອຳນາດການປົກຄອງທີ່ກ່ຽວຂ້ອງມ້າງຄະດີດັ່ງກ່າວ ໂດຍສາມາດກັກຕົວພວກຖືກຫາໄດ້ 4 ຄົນ ຊື່ທ້າວ ຈອນ ອາຍຸ 58 ປີ; ທ້າວ ນຸນ ອາຍຸ 29 ປີ ແລະ ທ້າວ ນະ ອາຍຸ 25 ປີ ທັງ 2 ເປັນອ້າຍນ້ອງກັນ; ທ້າວ ວົງ ອາຍຸ 41 ປີ; ເຊິ່ງຜູ້ຖືກຫາທັງ 4 ຄົນ ຢູ່ບ້ານຫາງນາ ເມືອງຄຳເກີດ ແຂວງບໍລິຄຳໄຊ.

ການເຂົ້າຈັບກຸມແກ້ງຄ້າຢາເສບຕິດດັ່ງກ່າວ ກວດພົບຂອງກາງຢາເສບຕິດປະເພດຢາບ້າ 150.000 ເມັດ, ໂທລະສັບ 4 ໜ່ວຍ, ເງິນ 250.000 ກີບ, ແຫວນສີເຫຼືອງຄ້າຍຄືຄຳ 4 ວົງ ໄປທໍາການສອບສວນ. ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນດຳເນີນການສືບສວນ-ສອບສວນເພື່ອຂະຫຍາຍຜົນຊອກຫາຜູ້ຮ່ວມຂະບວນການຕື່ມ.