ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ເມື່ອວັນທີ 21 ກໍລະກົດ 2020, ໄດ້ນໍາກໍາລັງເຂົ້າກວດຄົ້ນເປົ້າໝາຍຄ້າຂາຍຢາເສບຕິດ ແລະ ສາມາດກັກຕົວ ທ້າວ ສິງແກ້ວ ອາຍຸ 36 ປີ ຢູ່ບ້ານພິນຮໍ້ ເມືອງ ແລະ ແຂວງຫຼວງນໍ້າທາ ໂດຍພົບເຫັນຢາເສບຕິດປະເພດຢາບ້າ ຈຳນວນ 114 ເມັດ ທີ່ຊຸກເຊື່ອງໄວ້ຢູ່ໃນຖົງໂສ້ງຂອງຜູ້ກ່ຽວ.

ຜ່ານການສອບສວນຂອງ ເຈົ້າໜ້າທີ່, ຜູ້ກ່ຽວຮັບສາລະ ພາບວ່າ: ຢາເສບຕິດປະເພດ ຢາບ້າຈຳນວນດັ່ງກ່າວແມ່ນ ຂອງຕົນເອງແທ້; ເວລາປະ ມານ 18:00 ໂມງ ຂອງວັນທີ 20 ກໍລະກົດ, ໄດ້ອອກໄປຊອກຫາກິນຢູ່ເຂດປາກນ້ຳຫຼ້າ ແລະ ພົບເຫັນ ທ້າວ ທອນ ຢູ່ເມືອງສິງ ແຂວງຫຼວງ ນ້ຳທາ ຂີ່ລົດຈັກມາຖາມຂາຍຢາບ້າໃຫ້ ຈໍານວນ 150 ເມັດ. ດັ່ງນັ້ນ; ຈຶ່ງໄດ້ຕົກລົງຊື້ ເພື່ອເອົາໄວ້ເສບ ແລະ ຂາຍຍ່ອຍກິນກໍາໄລ. ເມື່ອໄດ້ຢາບ້າແລ້ວ, ກໍນໍາໄປຂາຍໃຫ້ກຸ່ມມົ້ວສຸມຢູ່ຂອບເຂດບ້ານຂອງຕົນເອງ ຈໍານວນ 36 ເມັດ; ສ່ວນເງິນແມ່ນນໍາໄປໃຊ້ຈ່າຍຫຼິ້ນກິນຈົນໝົດ. ມື້ຕໍ່ມາ, ເຈົ້າໜ້າທີ່ ໄດ້ເຂົ້າກັກຕົວຜູ້ກ່ຽວ ພ້ອມທັງກວດຄົ້ນຕົວພົບຢາບ້າ ຈຳນວນ 114 ເມັດ ທີ່ຊຸກເຊື່ອງໄວ້ໃນຖົງໂສ້ງ; ຈຶ່ງໄດ້ຢຶດໄວ້ເປັນຫຼັກຖານ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ສໍາລັບ ທ້າວ ທອນ ທີ່ຖືກຊັດທອດຫາ, ເຈົ້າໜ້າທີ່ກຳລັງດໍາເນີນການຕິດຕາມຕົວຜູ້ກ່ຽວ ເພື່ອນໍາຕົວສອບສວນດໍາເນີນຄະດີ.