ສະຖາບັນຝຶກອົບຮົມອົງການກວດສອບແຫ່ງລັດ ໄດ້ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະ ຂັ້ນພື້ນຖານໃຫ້ພະນັກງານ-ລັດຖະກອນຝຶກງານ 95%, ໃນວັນທີ 3 ສິງຫາ 2020, ເຂົ້າຮ່ວມໃນພິທີ ມີ ທ່ານ ປອ ປະດັບເພັດ ໄຊຍະໂຄດ ຜູ້ຊ່ວຍວຽກຄະນະປະທານ ອົງການກວດສອບແຫ່ງລັດ, ມີຄະນະຮັບຜິດຊອບຝຶກອົບຮົມ, ແຂກຮັບເຊີນ, ວິທະຍາກອນ, ນັກສໍາມະນາກອນເຂົ້າຮ່ວມ.

ທ່ານ ປອ ປະດັບເພັດ ໄຊຍະໂຄດ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ ເປັນການສ້າງຂີດໝາຍຄວາມເຂົ້າໃຈຂັ້ນພື້ນຖານດ້ານວຽກງານວິຊາສະເພາະໃຫ້ພະນັກງານ-ລັດຖະກອນຝືກງານ 95% ກ່ຽວກັບພາລະບົດບາດ, ສິດໜ້າທີ່, ຄວາມຮູ້ພື້ນຖານດ້ານກົດໝາຍ, ຄວາມຮູ້ພື້ນຖານດ້ານການກວດສອບ ແລະ ຄວາມຄວາມຮູ້ພື້ນຖານດ້ານ ບໍລິຫານອົງການກວດສອບແຫ່ງລັດ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງຕາມວິໄສທັດ, ຍຸດທະສາດແຜນການພັດທະນາ ຂອງອົງການກວດສອບໄດ້ວາງອອກໃນປີ 2030 ໃຫ້ກາຍເປັນອົງການຈັດຕັ້ງທີ່ໜັກແໜ້ນ, ເຂັ້ມແຂງ, ທັນສະໄໝ, ມີຄວາມສາມາດພຽງພໍໃນການກວດສອບ-ຄຸ້ມຄອງນໍາໃຊ້ງົບປະມານ, ຊັບ ສິນຂອງລັດ.

ຊຸດຝຶກອົບຮົມ ຄັ້ງນີ້, ຈະດຳເນີນໄປເຖິງວັນທີ 21 ສິງຫາ 2020, ມີນັກສໍາມະນາກອນທັງໝົດ 7 ສະຫາຍ, ແບ່ງອອກເປັນ 3 ພາກຄື: ພາກທີ I ຮຽນຮູ້ກ່ຽວກັບລັດຖະທໍາມະນູນ, ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ແລະ ນິຕິກໍາທີ່ຕິດພັນກັບອົງການກວດສອບແຫ່ງລັດ, ກົດໝາຍວ່າດ້ວຍການກວດກາລັດ, ກົດໝາຍວ່າດ້ວຍພະນັກ ງານ-ລັດຖະກອນ; ພາກທີ II, ຮູ້ຮຽນກ່ຽວກັບຄວາມຮູ້ພື້ນຖານການບັນຊີແຫ່ງລັດ, ຄວາມຮູ້ພື້ນຖານການບັນຊີວິສາຫະກິດ, ຄວາມ
ຮູ້ພື້ນຖານການບັນຊີທະນາຄານ ແລະ ຄວາມຮູ້ພື້ນຖານການບັນຊີໂຄງການ; ພາກທີ III ໄດ້ຮຽນ ກ່ຽວກັບການບໍລິຫານອົງການ, ມະນຸດສໍາພັນ ແລະ ມາລະຍາດໃນສັງຄົມ, ການຮ່າງເອກະສານທາງ ລັດຖະການ.