ກອງບັນຊາການ ປກສ ເມືອງ ໄຊເສດຖາ ນະຄອນຫຼວງວວຽງຈັນ ໄດ້ເປີດການຝຶກອົບຮົມວິຊາສະເພາະໃຫ້ກໍາລັງ ປກສ ບ້ານ ກຸ່ມ III ສີສັງວອນ ປະຈໍາປີ 2020, ໃນວັນທີ 31 ກໍລະກົດ 2020 ໂດຍມີ ພັທ ສີເພັດ ພິມມະສອນ ຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ, ມີ ປກສ ກຸ່ມ-ປກສ ບ້ານ, ຮອງນາຍບ້ານ ຜູ້ຊີ້ນໍາວຽກງານ ປກສ ບ້ານ ເຂົ້າຮ່ວມ.

ພັທ ສີເພັດ ພິມມະສອນ ກ່າວວ່າ: ເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງໄຊເສດຖາ ຄັ້ງທີ VI ທັງເປັນການສືບຕໍ່ຫັນລົງກໍ່ສ້າງຮາກຖານ ເພື່ອສຶກສາອົບຮົມປະຊາຊົນທົ່ວປວງຊົນໃຫ້ເຫັນໄດ້ຄວາມສໍາຄັນຂອງວຽກງານປ້ອງກັນຄວາມສະຫງົບ ເຂົ້າຮ່ວມເຮັດວຽກງານດັ່ງກ່າວຢ່າງຮອບດ້ານ ແລະ ເປັນການກວດກາຄືນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃນໄລຍະຜ່ານ ມາຂອງກໍາລັງ ປກສ ບ້ານ, ປກສ ໜ່ວຍ 10 ຫຼັງຄາ ພ້ອມທັງເປັນການຊຸກຍູ້ໃຫ້ກໍາລັງດັ່ງກ່າວຮູ້ໄດ້ພາລະບົດບາດ-ສິດໜ້າທີ່ໃນການ ເຄື່ອນໄຫວຢ່າງຕັ້ງໜ້າໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ກອງບັນຊາການ ປກສ ເມືອງໄຊເສດຖາ ຈຶ່ງຈັດຝຶກອົບຮົມບໍາລຸງພາລະບົດບາດ-ສິດໜ້າທີ່ໃຫ້ກໍາລັງ ປກສ ບ້ານ ແລະ ປກສ ໜ່ວຍ 7 ບ້ານຂຶ້ນກັບ ປກສ ກຸ່ມ III ສີສັງວອນ ປະກອບມີ: ບ້ານນາໄຊ, ສີສັງວອນ, ຮ່ອງແກ, ໂພນທັນ, ສະພັງໝໍ້, ໂພນໄຊ ແລະ ບ້ານຝາຍ.

ເອກະສານທີ່ນໍາມາຝຶກອົບຮົມໃນຄັ້ງນີ້ມີເອກກະສານມະຕິ IX ກ່ຽວກັບວຽກງານ 4 ບຸກທະລຸ, ເອກະສານອາຊີບພິເສດ, ເອກະສານບາງມາດຕາຂອງກົດໝາຍອາຍາ, ເອກະສານໄກ່ເກ່ຍແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ເອກະສານພາລະບົດບາດ-ສິດໜ້າທີ່ຂອງ ປກສ ບ້ານ, ເອກະສານດໍາລັດ 188/ນຍ, ເອກະສານສ້າງບ້ານປ້ອງກັນຄວາມສະຫງົບດີ, ເອກະສານຄຸ້ມຄອງສໍາມະໂນຄົວ, ເອກະສານວຽກງານຄຸ້ມຄອງຄົນຕ່າງປະເທດ, ເອກະສານຄຸ້ມຄອງເປົ້າໝາຍ ແລະ ການເອົາຄໍາໃຫ້ການເບື້ອງຕົ້ນ, ເອກະສານປ້ອງກັນສະຖານທີ່ເກີດເຫດ.