ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 31 ກໍ ລະກົດ 2020, ເປັນປະທານໂດຍ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ມີສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍ ສະຫາຍຜູ້ແທນສະມາຊິກພັກ ສົມບູນ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກ່າວວ່າ: ໄລຍະຜ່ານມາ, ຄະນະບໍລິຫານງານພັກສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຖືເອົາວຽກງານການເມືອງ-ແນວຄິດ ເປັນວຽກງານກົກໃນການຈັດຕັ້ງເຄື່ອນໄຫວຊີ້ນຳ-ນໍາພາການປະຕິບັດວຽກງານວິຊາສະເພາະຢ່າງເປັນລະບົບ ແລະ ຕໍ່ເນື່ອງ ເຮັດໃຫ້ວຽກງານມີຜົນສໍາເລັດສະແດງອອກໃນຜົນງານຕົວຈິງເຊັ່ນ: ສະຖາບັນໄດ້ເອົາໃຈໃສ່ດໍາເນີນຫຼັກສູດຝຶກອົບຮົມຕາມຫົວຂໍ້ສະເພາະມີຜົນສໍາເລັດເຊັ່ນ: ຫຼັກສູດຝຶກອົບຮົມເລຂາພັກບ້ານ, ນາຍບ້ານໄດ້ເຮັດທົດລອງຢູ່ແຂວງຫົວພັນ 1 ຊຸດ ມີຜູ້ເຂົ້າຮ່ວມ 120 ຄົນ ຍິງ 3 ຄົນ, ຫຼັກສູດຝຶກອົບຮົມເລຂາພັກເມືອງ ຄະນະປະຈໍາພັກເມືອງມີ 100 ຄົນ ຍິງ 7 ຄົນ; ຫຼັກສູດຝຶກອົບຮົມຄະນະບໍລິຫານລັດວິສາຫະກິດ ມີຜູ້ເຂົ້າຮ່ວມ 48 ຄົນ ຍິງ 3 ຄົນ; ຫຼັກສູດຝຶກອົບຮົມ 45 ວັນ ທີ່ຢູ່ກະຊວງ-ອົງການ ມີ 4.486 ຄົນ ຍິງ 1.805 ຄົນ.

ນອກນັ້ນ, ສ້າງຫຼັກສູດທິດສະດີຂັ້ນຕົ້ນ, ຂັ້ນກາງ ແລະ ຂັ້ນສູງ, ກະກຽມສ້າງຫຼັກສູດປະລິນຍາເອກໃນບັນດາສາຂາຈໍານວນໜຶ່ງທີ່ມີຄວາມພ້ອມ. ໄປຄຽງຄູ່ກັບການກໍ່ສ້າງ ແລະ ບໍາລຸງ, ການພັດທະນາປຶ້ມແບບຮຽນ ແລະ ເອກະສານທີ່ຈໍາເປັນຮັບໃຊ້ການສຶກສາຄົ້ນຄວ້າຮໍ່າຮຽນຢ່າງຕັ້ງໜ້າ ເຊິ່ງມາຮອດປັດຈຸບັນສາມາດຈັດພິມເປັນປຶ້ມ ແລະ ເອກະສານແບບຮຽນໄດ້ຈໍານວນ 203 ຊະນິດ ມີທັງໝົດ 34.150 ຫົວ. ໄດ້ປັບປຸງລະບົບການຈັດຕັ້ງຂອງສະພາວິທະຍາສາດຂັ້ນສະຖາບັນ ພ້ອມທັງປັບປຸງ ແລະ ຮັບຮອງຂໍ້ກໍານົດວ່າດ້ວຍການເຄື່ອນໄຫວ ຂອງສະພາວິທະຍາສາດຂັ້ນສະຖາບັນ, ຂັ້ນຄະນະ, ຮັບຮອງເອົາຂໍ້ກໍານົດເພີ່ມເຕີມກ່ຽວກັບການແບ່ງຄວາມຮັບຜິດຊອບລະຫວ່າງປະທານ, ຮອງ ປະທານສະພາວິທະຍາສາດ ຂັ້ນສະຖາບັນ, ໄດ້ຈັດຕັ້ງການຄົ້ນຄວ້າວິທະຍາສາດຂັ້ນຄະນະ, ຂັ້ນສະຖາບັນ ແລະ ການຮ່ວມມືກັບບັນດາຂະແໜງການ ຢູ່ພາຍໃນປະເທດໄດ້ 34 ຫົວຂໍ້ໃຫຍ່, ລວມມີ 238 ຫົວຂໍ້ຍ່ອຍ ແລະ ຮ່ວມມືກັບຕ່າງປະເທດເຊັ່ນ: ສສ ຫວຽດນາມ ແລະ ສປ ຈີນ ໃນການຄົ້ນຄວ້າວິທະຍາສາດໄດ້ 15 ຫົວຂໍ້ໃຫຍ່ ແລະ 79 ຫົວຂໍ້ຍ່ອຍ ເຂົ້າຮ່ວມການຄົ້ນຄວ້າວິທະຍາສາດໃນຫົວຂໍ້ຕ່າງໆ ທີ່ສູນກາງພັກ, ລັດຖະບານ, ກະຊວງ, ຂະແໜງການມອບໃຫ້.

ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາສະຫາຍ ຮສ ພູວົງ ອຸ່ນຄໍາແສນ ເປັນເລຂາຄະນະບໍລິຫານງານພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ສະ ຫາຍ ນາງ ບຸນມີ ຈຸນລະຈັກ ເປັນຮອງເລຂາ ທັງເປັນປະທານກວດກາພັກ; ສະຫາຍ ຄໍາຫຼ້າ ລໍວັນໄຊ ເປັນຮອງປະທານກວດກາພັກ ແລະ ອີກ 6 ສະຫາຍເປັນຄະນະ.