ວັນທີ 28-30 ກໍລະກົດ 2020 ໂຮງຮຽນ ປກສ ຊັ້ນສູງເລກ 3 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີສອບເສັງຈົບຊັ້ນໃຫ້ນັກຮຽນ ຮຸ່ນທີ 1, ໂດຍມີ ພັທ ຄອນສະຫວັນ ເຄນສຸວັນ ຮອງຫົວໜ້າກົມກໍ່ສ້າງກຳ ລັງກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມຄະນະ, ພັທ ບຸນອວນ ພານຸວົງ ຮອງອຳນວຍການໂຮງຮຽນ ປກສ ຊັ້ນ ສູງເລກ 3, ມີຄະນະກຳມະການສອບເສັງ, ຄູ-ອາຈານ ແລະ ນັກຮຽນລະບົບກໍ່ສ້າງ ຮຸ່ນທີ I ເຂົ້າຮ່ວມ.

ໃນພິທີ ພັຕ ສິດທິເດດ ເຄນນາວົງ ຫົວໜ້າພະແນກຄຸ້ມຄອງນັກສຶກສາ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກະຊວງ ປກສ ສະບັບເລກທີ 2322/ກມປສ ວ່າດ້ວຍການອະນຸມັດຈັດຕັ້ງ ສອບເສັງຈົບຊັ້ນ ໃຫ້ນັກຮຽນ ຮຸ່ນທີ I ມີນັກຮຽນເຂົ້າສອບເສັງ ທັງໝົດ 301 ສະຫາຍ ຍິງ 41 ສະຫາຍ, ທີ່ມາຈາກ ປກສ ແຂວງວຽງຈັນ, ນະຄອນຫວຼງ ກົມກອງອ້ອມຂ້າງກະຊວງ, ບໍລິຄຳໄຊ, ຄຳມ່ວນ ແລະ ປກສ ແຂວງສະຫວັນ ນະເຂດ ເຈົ້າພາບ, ເຊິ່ງການສອບເສັງໃນເທື່ອນີ້ແມ່ນສອບເສັງ 3 ວິຊາຫຼັກ ຄື: ວິ ຊາການເມືອງ, ວິຊາກົດໝາຍ ແລະ ວິຊາ ສະເພາະສັນຕິບານ ແລະ ຕຳຫຼວດ, ການ ສອບເສັງແຕ່ລະວິຊາ ໃຊ້ເວລາ 180 ນາທີມື້ລະວິຊາ.

ໂອກາດນີ້, ພັທ ຄອນສະຫວັນ ເຄນ ສຸວັນ ໄດ້ເນັ້ນໃຫ້ນັກຮຽນຮຸ່ນ 1 ທີ່ກຳ ລັງສອບເສັງ, ເອົາໃຈໃສ່ຄົ້ນຄວ້າເບິ່ງບົດ ຮຽນ ແລະ ປະຕິບັດຕາມລະບຽບຂອງການສອບເສັງຢ່າງເຂັ້ມງວດຍາດເອົາຄະ ແນນ 7, 8, 9, 10 ໃຫ້ໄດ້ຕາມລະດັບຄາດ ໝາຍ.