ເສດຖະກິດມະຫາພາກ 6 ເດືອນຕົ້ນປີ 2020 ຂອງແຂວງວຽງຈັນ ມີການຂະຫຍາຍຕົວພຽງແຕ່ 3% ເທົ່າກັບ 37,97% ຂອງແຜນການ (7,9%), ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 6.192 ຕື້ກີບ, ເທົ່າກັບ 72,58% ຂອງແຜນການ (8.531 ຕື້ກີບ), ສະເລ່ຍຕໍ່ຫົວຄົນ ໄດ້ 1.498 ໂດລາ (ແຜນການ 2.064 ໂດລາ).

ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາ ປະຊາຊົນແຂວງວຽງຈັນ ຊຸດທີ I ທີ່ໄຂຂຶ້ນໃນວັນທີ 28 ກໍລະກົດ 2020 ວ່າ: ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2020 ໂດຍລວມເຫັນວ່າເສດຖະກິດບາງດ້ານກໍຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ແຕ່ການປະຕິບັດວຽກງານຕົວຈິງຍັງມີຫຼາຍບັນຫາ ພົບຄວາມຫຍຸ້ງຍາກເປັນຕົ້ນແມ່ນສະພາບງົບປະມານຂອງລັດ ຍັງສືບຕໍ່ຫຍຸ້ງ ຍາກ, ພື້ນທີ່ການຜະລິດກະສິກໍາ ໄດ້ຮັບ ຄວາມເສຍຫາຍຈາກໄພພິບັດໃນຊຸມປີຜ່ານມາ, ເຊຶ່ງໄດ້ຮັບການຟື້ນຟູພຽງບາງ ສ່ວນ, ໄພແຫ້ງແລ້ງຢູ່ບາງເມືອງ, ການ ລະບາດຂອງພະຍາດໂຄວິດ-19 ແລະ ບັນຫາໜີ້ສິນໂຄງການລົງທຶນຂອງລັດທີ່ມີຈໍານວນຫຼວງຫຼາຍ ຈຶ່ງບໍ່ສາມາດນຳທຶນໄປພັດທະນາພື້ນຖານໂຄງລ່າງໃໝ່ໄດ້ ຢ່າງທົ່ວເຖິງ, ດ້ານໂຄງປະກອບເສດຖະ ກິດຂອງແຂວງ ກໍເຫັນວ່າຍັງບອບບາງ ເນື່ອງຈາກພື້ນຖານສ່ວນໃຫຍ່ຍັງຢູ່ໃນ ຂະແໜງກະສິກຳ, ເຊິ່ງມີຄວາມສ່ຽງໃນການເກີດມີໄພທໍາມະຊາດ ແລະ ການ ເຂົ້າເຖິງຕະຫຼາດ; ສິນຄ້າທີ່ຜະລິດໄດ້ ສ່ວນໃຫຍ່ແມ່ນມີຄຸນນະພາບຕໍ່າ ແລະ ຕົ້ນທຶນການຜະລິດສູງຈຶ່ງບໍ່ສາມາດແຂ່ງຂັນໃນຕະຫຼາດສົ່ງອອກໄດ້.

ການຂະຫຍາຍຕົວຂອງວິສາຫະກິດ ຂະໜາດໃຫຍ່ມີຈໍານວນໜ້ອຍ, ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ຍັງຂາດຄວາມຮູ້ໃນການບໍລິຫານທີ່ດີ, ການເຂົ້າເຖິງແຫຼ່ງທຶນ ແລະ ການຕະ ຫຼາດມີຄວາມຫຍຸ້ງຍາກຈຶ່ງເຮັດໃຫ້ຂາດສະພາບຄ່ອງໃນການດໍາເນີນທຸລະກິດ, ສັງລວມແລ້ວອັດຕາການຂະຫາຍຕົວ ຂອງເສດຖະກິດບໍ່ບັນລຸໄດ້ຕາມແຜນ ການເນື່ອງຈາກວ່າເລີ່ມແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນເດືອນມີນາເປັນຕົ້ນມາໄດ້ສົ່ງຜົນກະທົບຕໍ່ຂະແໜງການຜະລິດ, ອຸດສາຫະກຳ ແລະ ການບໍລິການຢ່າງໜັກໜ່ວງ; ເຊິ່ງບັນດາຫົວໜ່ວຍທຸລະກິດສ່ວນຫຼາຍໄດ້ປິດກິດຈະການເປັນຕົ້ນແມ່ນທຸລະກິດດ້ານການທ່ອງທ່ຽວ, ຄົມມະນາຄົມ ແລະ ໂຮງງານຕ່າງໆ ຈຶ່ງບໍ່ສາມາດສ້າງມູນຄ່າ ເພີ່ມທາງເສດຖະກິດ.

6 ເດືອນຕົ້ນປີ 2020, ສາມາດໄດ້ເກັບລາຍຮັບເຂົ້າງົບປະມານຂອງລັດໄດ້ 72 ຕື້ກວ່າກີບ, ການທ່ອງທ່ຽວສາມາດ ສ້າງລາຍຮັບ ໄດ້ 88 ຕື້ກວ່າກີບ, ມູນຄ່າ ສົ່ງອອກ-ນຳເຂົ້າໄດ້ 9 ລ້ານກວ່າໂດລາ ສະຫະລັດ, ການບໍລິການຂາຍຍົກ-ຂາຍ ຍ່ອຍໄດ້ 1.248 ຕື້ກວ່າກີບ, ຄາດໝາຍ ລະດົມທຶນທົ່ວສັງຄົມ ໃນປີ 2020 ໃຫ້ ໄດ້ 2.407 ຕື້ກວ່າກີບ, 6 ເດືອນຕົ້ນປີ ປະຕິບັດຕົວຈິງໄດ້ 1.371 ຕື້ກວ່າກີບ ເທົ່າກັບ 56,95% ຂອງແຜນການ, ເຊິ່ງ ສາມາດເວົ້າໄດ້ວ່າບັນລຸໄດ້ຕາມຄາດໝາຍດີສົມຄວນ.