ອາທິດແລ້ວນີ້, ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ທີ່ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ແລະ ມີຜົນງານໃນການປະຕິບັດໜ້າທີ່ວຽກງານມີຜົນສໍາເລັດ ຈໍານວນ 19 ສະຫາຍ, ເປັນປະທານໂດຍ ພັອ ຄຳແພງ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ; ມີບັນດາສະຫາຍຄະນະຫ້ອງ, ກົມ, ກອງ, ໂຮງໝໍ 5 ເມສາ ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັອ ສົມສັກ ຄຳມຸງຄຸນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການ ປກສ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ສະບັບເລກທີ 2338/ກມປສ, ລົງວັນທີ 8 ກໍລະກົດ 2020, ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ຂຶ້ນກັບກົມໃຫຍ່ພະລາທິການ ໃນນັ້ນ, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ ຈຳນວນ 5 ສະຫາຍ ແລະ ຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ ຈຳນວນ 14 ສະຫາຍ.

ໃນໂອກາດນີ້, ພັອ ຄໍາແພງ ລາວລີ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ໄດ້ເນັ້ນໃຫ້ແຕ່ລະສະຫາຍ ຈົ່ງພ້ອມກັນສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີຜົນສຳເລັດຕາມການມອບໝາຍ, ພ້ອມກັນພັດທະນາຕົນເອງໃຫ້ກາຍເປັນພະນັກງານທີ່ມີຄວາມຮູ້, ຄວາມສາມາດ, ສາມາດກ້າວຂຶ້ນເປັນພະນັກງານສືບທອດປ່ຽນແທນໄດ້ໃນຕໍ່ໜ້າ.