ຄະນະພັກຮາກຖານໂຮງຮຽນທິດສະດີການເມືອງ (ຮທມ) ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ທ້າຍເດືອນປີ 2020, ເປັນປະທານໂດຍ ສະຫາຍ ພັອ ຊາຍຄອງ ເພັດຊະວົງ ຄະນະພັກກົມໃຫຍ່ ເລຂາຄະນະພັກຮາກຖານ ຫົວໜ້າ ຮທມ, ມີບັນດາຄະນະພັກ-ຄະນະອໍານວຍການ ແລະ ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ສະຫາຍ ພັທ ປອ ສຸກນິລັນດອນ ກຸນລະວົງ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າ ຮທມ ກ່າວວ່າ: ໃນໄລຍະ 6 ເດືອນຜ່ານມາ, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ, ຄູອາ-ຈານ ແລະ ນັກສຶກສາໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາເອກະສານສໍາຄັນຂອງພັກ, ມະຕິ, ຄໍາສັ່ງ, ທິດທາງແຜນການຂອງຂັ້ນເທິງເປັນປົກກະຕິ ຜ່ານການສຶກສາອົບຮົມເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ພາລະບົດບາດ, ສິດ, ໜ້າທີ່ຂອງແຕ່ລະພະແນກ, ຄະນະວິຊາ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ພະນັກງານ-ນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງ ເຮັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດເປັນຢ່າງດີ, ຄະນະພັກໄດ້ໃກ້ຊິດຕິດແທດນໍາພາບັນດາໜ່ວຍພັກ ແລະ ຈຸພັກຮ່ວມຊີວິດປະຈໍາ ເດືອນ ແລະ ເສຍເງິນບໍາລຸງພັກຖືກຕາມລະບຽບການຂອງພັກປົກກະຕິ.

ນອກນີ້, ວຽກງານຂະຫຍາຍພັກ 6 ເດືອນຜ່ານມາ, ໄດ້ນໍາສະເໜີຂັ້ນເທິງອອກມະຕິຮັບສະມາຊິກພັກສໍາຮອງໄດ້ 8 ສະຫາຍ ຍິງ 1 ສະຫາຍ ແລະ ສະເໜີເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ 2 ສະຫາຍ, ປັດຈຸບັນຄະນະພັກຮາກຖານ ຮທມ ມີ 7 ສະຫາຍ, ມີ 6 ໜ່ວຍພັກຂຶ້ນກັບ, ມີສະມາຊິກທັງໝົດ 235 ສະຫາຍ ຍິງ 45 ສະຫາຍ, ສໍາຮອງ 10 ສະຫາຍ, ຍິງ 3 ສະຫາຍ.

ທິດທາງແຜນການ 6 ເດືອນທ້າຍປີ 2020, ຄະນະພັກຮາກຖານ ຮທມ ຈະສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ, ຄູ-ອາຈານຢ່າງເປັນປົກກະຕິ, ຈັດຕັ້ງເຜີຍແຜ່, ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍ, ເປັນຕົ້ນແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ຂໍ້ກໍານົດກົດໝາຍຂອງລັດ, ຈັດຕັ້ງການເຂົ້າຮ່ວມຮັບຟັງປາຖະກະຖາໃນໂອກາດສະຫຼອງວັນສໍາຄັນຕ່າງໆຂອງພັກຂອງຊາດ, ຊຸກຍູ້ການຮ່ວມຊີວິດ, ສໍາຫຼວດກວດກາ, ຕໍານິກໍ່ສ້າງເຊິ່ງກັນແລະກັນ, ຖືເອົາການຕໍານິຕົນເອງ, ຕິຊົມກັນເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ.