ໃນວັນທີ 30 ກໍລະກົດ 2020, ກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ມອບລົດໃຫຍ່ 3 ຄັນ ທີ່ເກັບກູ້ໄດ້ຈາກການສໍ້ໂກງຊັບພົນລະ ເມືອງ ຄືນໃຫ້ເຈົ້າຂອງເດີມ; ກ່າວມອບໂດຍ ພັທ ສຸລິພົນ ສົມບັດຖາວອນ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ແລະ ກ່າວຮັບໂດຍເຈົ້າຂອງລົດທັງ 3 ຄັນ. ການມອບດັ່ງກ່າວ ສືບເນື່ອງມາຈາກການຕິດຕາມແກ້ໄຂຄະດີສໍ້ໂກງຊັບພົນລະເມືອງ ປະເພດລົດໃຫຍ່; ເຊິ່ງກ່ອນໜ້ານີ້, ເຈົ້າໜ້າທີ່ຈັດເກັບກູ້ ແລະ ມອບຄືນໃຫ້ເຈົ້າຂອງເດີມແລ້ວ 1 ຄັນ.

ພັຕ ບຸນທົມ ດວງມະນີ ຫົວໜ້າພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ປກສ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ຄະດີດັ່ງກ່າວເກີດຂຶ້ນໃນເດືອນກຸມພາ 2020 ທີ່ຜ່ານມາ, ໂດຍ ນາງ ຈັນພາມີ ໄດ້ເຄື່ອນໄຫວສໍ້ໂກງພົນລະເມືອງດ້ວຍຮູບການຂໍເຊົ່າລົດ; ໂດຍຜູ້ກ່ຽວອ້າງຈະນໍາເອົາລົດໄປໃຫ້ຄົນຕ່າງປະເທດທີ່ມາເຮັດວຽກຢູ່ເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ ເຊົ່າລົດຕໍ່ໃນລາຄາຄັນລະ 58.000 ບາດຕໍ່ເດືອນ. ພາຍຫຼັງທີ່ໄດ້ເຮັດສັນຍາເຊົ່າສຳເລັດ, ນາງ ຈັນພາມີ ໄດ້ນໍາເອົາລົດໄປມັດຈໍາທີ່ແຂວງສະຫວັນນະເຂດ ໃນລາຄາ 100.000-290.000 ບາດ. ນອກນັ້ນ, ກໍໄດ້ສົ່ງຂາຍຕໍ່ຢ່າງບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດ; ເຊິ່ງລວມລົດໃຫຍ່ທີ່ ນາງ ຈັນພາມີ ສໍ້ໂກງໄປ ມີທັງໝົດ 16 ຄັນ.

ພາຍຫຼັງໄດ້ແຈ້ງຄວາມຈາກຜູ້ເສຍຫາຍ; ໃນວັນທີ 9 ກໍລະກົດ 2020, ເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນ ສົມທົບກັບ ປກສ ແຂວງສະຫວັນນະເຂດ ແລະ ສາມາດເກັບກູ້ ແລະ ມອບຄືນໃຫ້ເຈົ້າຂອງເດີມແລ້ວ ຈໍານວນ 4 ຄັນ ລວມມີ ລົດໂຕໂຍຕ້າ ສີປອນເງິນ ເລກທະບຽນ ກຂ 4349 ຄໍາມ່ວນ, ລົດໂຕໂຍຕ້າວິໂກ້ ສີປອນເງິນ ເລກທະບຽນ ກກ 1053 ຄໍາມ່ວນ, ລົດໂຕໂຢຕ້າວິໂກ້ ເລກ ທະບຽນ ກຂ 1760 ຄຳມ່ວນ ແລະ ລົດຟອດ ເລັນເຈີ້ ສີຂາວ ເລກທະບຽນ ກຣ 4282 ກຳ ແພງນະຄອນ.

ນອກນີ້, ຍັງສາມາດເກັບກູ້ລົດຈໍານວນໜຶ່ງ ໄດ້ທີ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ, ເຊິ່ງເຈົ້າໜ້າທີ່ກໍາລັງປະສານງານກັນ ເພື່ອ ສົ່ງມອບໃຫ້ກັບເຈົ້າຂອງເດີມ. ຕໍ່ກັບລົດຈໍານວນທີ່ຍັງເຫຼືອ, ເຈົ້າໜ້າທີ່ກໍາລັງເລັ່ງຊອກເກັບກູ້ຄືນ ພ້ອມທັງນໍາຈັບຕົວ ນາງ ຈັນພາມີ ມາດໍາເນີນຄະດີ ໂດຍໄດ້ອອກແຈ້ງການຕິດຕາມຕົວໃນຂອບເຂດທົ່ວປະເທດແລ້ວ.