ສະຫະພັນແມ່ຍິງ ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ຈັດພິທີເປີດບັ້ນດຳເນີນຊີວິດການເມືອງ ໃນອາທິດຜ່ານມາ, ເປັນປະທານໂດຍ ພັທ ນາງ ບົວວັນ ພູນປະເສີດ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ປກສ ປະທານສະພັນແມ່ຍິງ ກອງບັນຊາການປ້ອງກັນທີ່ຕັ້ງ ແລະ ເຂົ້າຮ່ວມໂດຍ ພັອ ໄຊສີ ແກ້ວສະຫງ່າ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ມີຄະນະພັກ 4 ຫ້ອງ, 3 ກອງພັນ, ກອງ ຮ້ອຍເອກະລາດ ພ້ອມດ້ວຍສະມາຊິກແມ່ຍິງອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.

ພັທ ນາງ ບົວວັນ ພູນປະເສີດ ໄດ້ຂຶ້ນກ່າວເປີດກອງປະຊຸມຜ່ານແຜນດຳເນີນຊີວິດການເມືອງປະຈຳປີ 2020 ຂອງສະຫະພັນແມ່ຍິງ ກອງບັນຊາການປ້ອງກັນທີ່ຕັ້ງ ເພື່ອຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຕິດພັນກັບການຈັດຕັ້ງຂໍ້ແຂ່ງຂັນ 3 ດີ ຂອງສູນກາາງແມ່ຍິງລາວວາງອອກ, ເປັນການປັບປຸງຍົກສູງຄວາມຮັບຜິດຊອບ, ແບບແຜນວິທີເຮັດວຽກໃຫ້ແກ່ຄະນະນຳສະຫະພັນແມ່ຍິງ ທຸກຂັ້ນ, ເວົ້າລວມ, ເວົ້າສະເພາະ ແມ່ຍິງຢູ່ກົມກອງອ້ອມຂ້າງກອງບັນຊາການປ້ອງກັນທີ່ຕັ້ງ ໃຫ້ເຂັ້ມແຂງຂຶ້ນເປັນກ້າວໆ.

ກອງປະຊຸມໄດ້ຜ່ານເອກະສານເຊືອມຊຶມເນື້ອໃນຂໍ້ແຂ່ງຂັ້ນ 3 ດີ ທີ່ຮັບຮອງເອົາຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ 7 ທີ່ຜູ້ແທນແມ່ຍິງລາວທົ່ວປະເທດ, ເອກະສານແນະນຳສະບັບເລກທີ 87/ຄສຍ.ປກສ, ລົງວັນທີ 30 ມັງກອນ 2016 ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ; ຜ່ານຮ່າງບົດສະຫຼຸບຂໍ້ແຂ່ງຂັນ 3 ດີ ປະຈຳປີ 2019 ແລະ ແນະນຳການຂຽນບົດສຳ ຫຼວດການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ.