ວັນທີ 3 ສິງຫາ 2020 ນີ້, ກົມໂຄສະນາອົບຮົມ ລົງຊຸກຍູ້ວຽກງານຢູ່ວິທະຍາຄານກົມມະດໍາ ນໍາພາໂດຍ ພັທ ວອນເພັດ ລໍພຽງແກ້ວ ຫົວໜ້າພະແນກໂຄສະນາ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ , ພັອ ນາງ ຄາພູ ສິດທິເສນ ຮອງຫົວໜ້າ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ໃຫ້ກຽດຕ້ອນຮັບໂດຍ ພັອ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງ ວິທະຍາຄານກົມມະດໍາ ພ້ອມດ້ວຍຄະນະພະແນກໂຄສະນາ ແລະ ບັນດານັກສຳມະນາກອນເຂົ້າຮ່ວມ.

ພັຕ ຈັນສະໄໝ ໄຊສິນນະລາດ ວິຊາການເຕັກນິກເຄື່ອງສຽງຂອງກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກອງທັບ ຄະນະຮັບຜິດຊອບ ຝຶກອົບຮົມນໍາໃຊ້ ແລະ ບົວລະບັດຂະຫຍາຍເຄື່ອງສຽງ ຜ່ານແຜນການວ່າດ້ວຍການເປີດຊຸດອົບຮົມໃຫ້ພະນັກງານຢູ່ວິທະຍາຄານກົມມະດໍາ ວ່າ: ການຝຶກການອົບຮົມຄັ້ງນີ້ ແມ່ນຝຶກການນໍາໃຊ້ລະບົບເຕັກນິກຂະຫຍາຍສຽງຢູ່ຜາມໄຊ ວິທະຍາຄານກົມມະດໍາ ເພື່ອເຮັດໃຫ້ເຄື່ອງສຽງ ດັ່ງກ່າວ ສາມາດເຮັດໜ້າທີ່ການເມືອງຂອງພັກ-ລັດ ກໍຄື: ກອງທັບ ເວົ້າລວມ ເວົ້າສະເພາະ ກໍຄືຢູ່ວິທະຍາຄານກົມມະດໍາ.

ສໍາລັບລາຍການທີ່ນໍາມາຝຶກອົບຮົມຢູ່ວິທະຍາຄານໃນຄັ້ງນີ້ ມີພາກໄຟຟ້າພື້ນຖານກ່ຽວກັບລະບົບເຄື່ອງຈັກໄຟຟ້າ, ພາກຄວບຄຸມສຽງຢູ່ຫ້ອງ ຄວບຄຸມ, ພາກເຕັກນິກລະບົບສາຍສົ່ງສັນຍານ, ການບໍາລຸງຮັກສາ ແລະ ພາກໄຟຟ້າຫ້ອງຄວບຄຸມໄຟຟ້າ ສະເພາະເຄື່ອງຂະຫຍາຍສຽງ ໂດຍອີງໃສ່ແຜນການສິ່ງແວດລ້ອມ ແລະ ຄວາມເປັນຈິງຂອງເຄື່ອງຂະຫຍາຍສຽງຄົງທີ່ ເພື່ອຮັກສາອາຍຸການນໍາໃຊ້ໃຫ້ຍາວນານ ແລະ ຮັບປະກັນຕາມລະບົບເຕັກນິກ ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານຮັບໃຊ້ເຄື່ອງສຽງຢູ່ພາກສະໜາມ, ການຮັບໃຊ້ໜ້າທີ່ການເມືອງ. ສຳລັບການບັ້ນຝຶກອົບຮົມຄັ້ງນີ້ ໄດ້ດໍາເນີນລະຫວ່າງວັນທີ 3-14 ສິງຫາ 2020 ຈຶ່ງຈະສໍາເລັດ.

ຂ່າວ – ພາບ : ສ່ວນບຸບຜາ ທິບທິດາ